ໄທ​ຄາດ​ປີ​ນີ້​ອາດ​ຈະ​ສ້າງ​ລາຍ​ຮັບ​ການ​ທ່ອງ​ທ່ຽວ​ໄດ້​ຫຼາຍກວ່າ 2700 ຕື້​ບາດ
2017-09-21 16:38:52  cri 
ຕາມ​ຂ່າວ CRI: ກະ​ຊວງ​ທ່ອງ​ທ່ຽວ​ແລະ​ກິ​ລາ​ໄທ​ໄດ້​ອອກ​ບົດ​ລາຍ​ງານ​ໃນ​ວັນ​ທີ 20 ກັນ​ຍາ​ນີ້​ໂດຍ​ຊີ້​ໃຫ້​ເຫັນ​ວ່າ, ໃນ​ປີ​ນີ້​ປະ​ເທດ​ຕົນ​ຈະ​ສາ​ມາດ​ສ້າງ​ລາຍ​ຮັບ​ການ​ທ່ອງ​ທ່ຽວ​ໄດ້​ຫຼາຍກວ່າ 2700 ຕື້​ບາດ.

ບົດ​ລາຍ​ງານ​ລະ​ບຸ​ວ່າ, ໃນ 8 ເດືອນ​ຂອງ​ປີ​ນີ້, ສາ​ມາດ​ສ້າງ​ລາຍ​ຮັບ​ຈາກ​ການ​ທ່ອງ​ທ່ຽວ​ໄດ້​ແລ້ວ 1727 ຕື້​ບາດ, ແລະ​ສຳ​ລັບ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ທີ່​ມາ​ທ່ຽວ​ປະ​ເທດ​ໄທ​ນັ້ນ, ນັກ​ທ່ອງ​ທ່ຽວ​ຈີນກວມ​ອັດ​ຕາ​ຫຼາຍ​ສົມ​ຄວນ, ເນື່ອງ​ຈາກ​ໄທ​ຍັງ​ແມ່ນ​ທ່ອງ​ທ່ຽວ​ໜຶ່ງ​ທີ່​ນັກ​ທ່ອງ​ທ່ຽວ​ຈີນ​ມັກ​ໄປ​ທີ່​ສຸດ. ຈາກ​ນີ້​ຈຶ່ງ​ຄາດ​ວ່າ​ແຕ່​ເດືອນ​ກັນ​ຍາ​ຫາ​ເດືອນ​ທັນ​ວາ​ປີ​ນີ້, ຈະ​ສ້າງ​ລາຍ​ຮັບ​ໄດ້​ເຖິງ 1020 ​ຕື້​ບາດ, ແລະ​ຖ້າ​ບັນ​ລຸ​ຕາມ​ເປົ້າ​ກໍ​ລັນ​ລຸ​ການ​ສ້າງ​ລາຍ​ຮັບ​ໝົດ​ປີ​ໄດ້​ຫຼາຍກວ່າ 2700 ຕື້​ບາດ.

ບົດ​ລາຍ​ງານ​ຍັງລະ​ບຸ​ອີກວ່າ, ລັດ​ຖະ​ບານປະ​ເທດ​ຕົນ​ຈະ​ຕັ້ງ​ໜ້າສືບ​ຕໍ່​ຊຸກ​ຍູ້​ພັດ​ທະ​ນາ​ຂະ​ແໜງ​ການ​ທ່ອງ​ທ່ຽວ, ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ມາ​ທ່ຽວ​ປະ​ເທດ​ຕົນ​ຫຼາຍກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ