ຮຽນ​ແຕ້ມ​ຮູບຖາງກາ​ຈະ​ໃຊ້​ເວ​ລາ​ດົນ​ເທົ່າ​ໃດ?
2017-09-21 17:00:04  cri 

ຕາມ​ຂ່າວCRI: ຮູບ​ຖາງກາແມ່ນ​ວິ​ທີ​ແຕ້ມ​ຮູບ​ທີ່​ມີ​ລັກ​ສະ​ນະ​ພິ​ເສດ​ໃນ​ວັດ​ທະ​ນະ​ທຳ​ເຜົ່າຈ້າງ (ຫຼື​ເຜົ່າ​ຕິ​ເບດ)​, ​ໂດຍກ່ຽວ​ພັນ​ເຖິງ​ປະ​ຫວັດ​ສາດ, ສາ​ສະ​ໜາ, ວັດ​ທະ​ນະ​ທຳ​, ສັງ​ຄົມ​ແລະ​ອື່ນໆຂອງ​ເຜົ່າ, ທັງ​ສາ​ມາດໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ຂອງການ​ບັນ​ທຶກ​ແລະ​ພັດ​ທະ​ນາ​ ​ສາ​ສະ​ໜາ​ນິ​ກາຍ​ຈ້າງ, ແລະ​ຖືກ​ເອີ້ນ​ວ່າ "ວັດ​ຈະ​ນາ​ນຸ​ກົມເຜົ່າ​ຈ້າງ"

    ຢູ່​ສະ​ຖາ​ບັນ​ແຕ້ມ​ຮູບ​ຖາງ​ກາ​ລະ​ມູ​ລາ​ເມືອງ​ລາ​ຊາ, ຊາວ​ໜຸ່ມ​ຫຼາຍ​ສິບ​ຄົນ​ຈາກ​ແຫ່ງ​ຕ່າງໆ​ຂອງ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້າງ(ຫຼື​ເຜົ່າ​ຕິ​ເບດ) ສ​ປ ຈີນ​ພວມ​ຕັ້ງ​ໃຈ​ຮຽນ​ແຕ້ມ​ຮູບ​ຖາງ​ກາ, ແລະ​ພວກ​ເຂົາ​ຈະ​ໃຊ້​ເວ​ລາ​ແຕ່ 8 ປີ​ຫາ 14 ປີ​ຈຶ່ງ​ຮຽນ​ຈົບ. ແນວ​ໃດ​ກໍ​ດີ​ຢ່າງ​ໜ້ອຍ​ຕ້ອງ​ໃຊ້​ເວ​ລາ 10 ປີ​ຈຶ່ງ​ແຕ້ມ​ເປັນ.

1  2  3  4  5  6  7  8  9  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ