ຍອດ​ຜູ້​ເສຍ​ຊີວິດ​ຈາກ​ແຜ່ນດິນ​ໄຫວ​​ຢູ່​​ແມັກ​ຊິກ​ຜຸ່ງ​ເຖິງ 225 ຄົນ​ແລ້ວ
2017-09-21 14:13:16  cri 
​ເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ສະ​ຫງົບປະຊາຊົນ​ທົ່ວ​ປະ​ເທດ​​ແມັກ​ຊິກ​​ເປີດ​ເຜີຍ​ໃນ​ວັນ​ທີ 20 ກັນຍາ​ນີ້​ວ່າ: ຫຼັງ​ເກີດ​ເຫດແຜ່ນດິນ​ໄຫວຂັ້ນ 7,1 ລິກ​ເຕີ​ນັ້ນ​ສົ່ງ​ຜົນເຮັດ​ໃຫ້ມາ​ຮອດ​ປັດຈຸບັນ​ມີ​ຜູ້​ເສຍ​ຊີວິດ​​ເປັນ​ຢ່າງ​ໜ້ອຍ 225 ​ແລ້ວ.

ທ່ານ​ອັນຣິ​ກຸຍ ​ເປ​ນາ ນີ​ໂຕ ປະທານາທິບໍດີ​ແມັກ​ຊິກປະກາດ​ໃຫ້ທົ່ວ​ປະ​ເທດ​ໄວ້ອາ​ໄລ​ເຖິງ​ຜູ້​ເສຍ​ຊີວິດ​​ເປັນ​ເວລາ 3 ມື້.

​ແຜ່ນດິນ​ໄຫວ​ດັ່ງກ່າວ​ເກີດ​ຂຶ້ນ​ໃນ​​ເວລາ 13 ​ໂມງ 14 ນາທີຂອງວັນ​ທີ 19 ກັນຍາ​ນີ້ ​ຫ່າງ​ຈາກ​ເມືອງ​ອາ​ເຊ​ເຊຍ​ປານ​ລັດ​ໂມ​ເຣ​ໂລ​ໄປ​ທາງ​​ທິດຕາ​ເວັນ​ຕົກ​ສຽງ​ໃຕ້ 12 ກິ​ໂລ​ແມັດ ​ແລະ​ຫ່າງຈາກ​ເມືອງ​ແມັກ​ຊິກ 120 ກິ​ໂລ​ແມັດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ