ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ຊີ້: ການ​ປະ​ຕິ​ຮູບ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​ຕ້ອງປະຕິບັດ​ຕາມ​​ຈຸດປະສົງ ​ແລະ ຫຼັກການ​ໃນ​ກົດ​ບັດ​ຂອງອົງການ​ສະຫະປະຊາ​ຊາດ
2017-09-21 16:43:01  cri 
ວັນ​ທີ 20 ກັນຍາ​ນີ້, ທ່ານ​ຫວາງ​ຢີ້ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ໃນ​ກອງ​ປະຊຸມ​ລະດັບ​ສູງ​​ສະພາ​ຄວາມໝັ້ນຄົງກ່ຽວ​ກັບ​ຮັກສາ​ສັນ​ຕິ​ພາບຂອງ​ອົງການ​ສະຫະ​ປະຊາ​ຊາດ​ວ່າ: ຈີນ​ສະໜັບສະໜູນ​ການ​ປະຕິ​ຮູບ​ລະບົບ​ດັ່ງກ່າວ​ຢ່າງ​​ສົມ​ເຫດ​ສົມ​ຜົນ, ​​ແຕ່​ກໍຕ້ອງ​ຢູ່​ບົນ​ພື້ນຖານ​ປະຕິບັດ​ຕາມ​ຈຸດປະສົງ ​ແລະ ຫຼັກການ​​ໃນ​ກົດ​ບັດຂອງ​ອົງການ​ສະຫະ​ປະຊາ​ຊາດ ​ເພື່ອ​ປະຕິບັດສິດ​ຢ່າງ​ເຕັມ​ສ່ວນ.

ທ່ານ​ກ່າວຕື່ມ​ວ່າ: ​ຈຸດປະສົງ ​ແລະ ຫຼັກການ​ຂອງ​ກົດ​ບັດ​​ສະຫະ​ປະຊາ​ຊາດ​ຄື ​ພື້ນຖານ​​ການ​ຮັກສາ​ສັນຕິພາບ, ຕ້ອງ​ປະຕິບັດ​ຕາມ​ຫຼັກ​ການ​ພື້ນຖານ​ໃນ​ການພົວພັນ​ສາກົນ ​ເຊັ່ນ: ຄວາມ​ສະ​​ເໝີພາບ​ບົນອະທິປະ​​ໄຕ, ບໍ່​ແຊກ​ແຊງ​ກິດ​ຈະ​ການ​ພາຍ​​ໃນ, ​ແກ້​ໄຂ​ຂໍ້​ຂັດ​ແຍ້ງ​ໂດຍ​ສັນຕິ​ ​ແລະ ອື່ນໆ ກໍ​ຄື​ຫຼັກການ​ຊີ້ນຳ​​ການ​​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​ທີ່​ກໍ່​ຕົວບົນ​ພື້ນຖານ​ດັ່ງກ່າວ.

ການຊຸກຍູ້​ແກ້​ໄຂ​ທາງ​ການ​ເມື​ອງ​ແມ່ນ​ແກ່ນ​ສານຂອງ​ການຮັກສາ​ສັນຕິພາບ ​ແລະ ບັນ​ລຸ​ການ​ພັດທະນາ​ແບບ​​​ຍືນ​ຍົງ​ແມ່ນ​ວິທີ​ທີ່​ດີ. ​ທັງ​ໝົດ​ນີ້​ຫຼັງ​ການ​ປະຕິ​ຮູບ ກໍເພື່ອ​ສ້າງ​ສະພາບ​ແວດລ້ອມຂອງ​ປະ​ເທດ​ທີ່​ກ່ຽວຂ້ອງປອດ​ໄພ​ ​ແລະ​ໝັ້ນ​ຄົງ, ບັນລຸ​ການ​ພັດທະນາ​​ແບບ​ຍືນ​ຍົງ, ​ແກ້​ໄຂຄວາມທຸກ​ຍາກ ​ແລະ​ຂໍ້ຂັດ​ແຍ້ງ​ຕ່າງໆ​ທີ່​ພາ​ໃຫ້​ເກີດ​ການ​ປະ​ທະ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ