ຊາວ​ອົບ​ພະ​ຍົບ​ຜິດ​ກົດ​ໝາຍ​ຮ້ອຍກວ່າ​ຄົນ​ຈົມ​ນ້ຳ​ເສຍ​ຊີ​ວິດ​ຢູ່​ເຂດ​ທະ​ເລ​ພາກ​ຕາ​ເວັນ​ຕົກ​ລີ​ບີ
2017-09-22 10:14:31  cri 
ກອງ​ທັບ​ເຮືອ​ລີ​ບີ​ຢືນ​ຢັນ​ໃນ​ວັນ​ທີ 21 ກັນ​ຍາ​ນີ້​ວ່າ: ຊາວ​ອົບ​ພະ​ຍົບຜິດ​ກົດ​ໝາຍ100ກວ່າ​ຄົນ​ໄດ້​ຈົມ​ນ້ຳ​ເສຍ​ຊີ​ວິດ​ຢູ່​ເຂດ​ທະ​ເລ​ພາກ​ຕາ​ເວັນ​ຕົກ​ປະ​ເທດ​ຕົນ.

ກອງ​ທັບ​ເຮືອ​ລີ​ບີ​ໄດ້​​ການບອກ​ເລົ່າຈາກ​ຜູ້​ໄດ້​ຮັບ​​ກ່າ​ນຊ່ວຍ​ເຫຼືອ​ວ່າ ເຮືອ​ໄມ້​ລຳ​ໜຶ່ງ​ທີ່​ບັນ​​ທຸກຊາວ​​ອົບ​ພະ​ຍົບ 120 ຄົນ​​ລວມ​ຕົນ​ດ້ວຍ​ນັ້ນເກີດ​ບັນ​ຫາຈັກ​ຕິດ​ຂັດ​ຈຳ​ເປັນ​ຕ້ອງ​ໄດ້​ຢູ່​ເຮືອ​ເຖິງ 6 ວັນ​ແລະໃນ​ໄລ​ຍະ​ດັ່ງ​ກ່າວ, ​ມີຫຼາຍ​ຄົນ​ໄດ້​ໂຕນ​ເຮືອ​​ຫວັງລອຍ​ເຂົ້າ​ຝັ່ງ​ທະ​ເລ​ແຕ່​ໂຊກ​ບໍ່​ດີ​ຈິ່ງ​ເກີດ​ມີ​ຜູ້​ເຊຍ​ຊີ​ວິດ​ເປັນ​ຈຳ​ນວນຫຼາຍ. ເຈົ້າ​ໜ້າ​ທີ່ກອງ​ທັບ​ເຮືອ​ລີ​ບີ​ຢືນ​ຢັນ​ວ່າ​ໃນຫຼາຍ​ມື້​​ຕໍ່​ໜ້າ​ນີ້, ໜ່ວຍ​ຍາມ​ຝັ່ງ​ທະ​ເລ​ຈະ​ສືບ​ຕໍ່​ຊອກ​ຄົ້ນ​ຫາ​ສົບ​ຂອງ​ຜູ້​ເສຍ​ຊີ​ວິດ​ເຫຼົ່າ​ນີ້.

ກອງ​ທັບ​ເຮືອ​ລີ​ບີ​ຢືນ​ຢັນ​ວ່າ 6 ເດືອນ​ຕົ້ນ​ປີ​ນີ້, ກອງ​ທັບ​ຕົນ​ໄດ້​ລັດ​ແລະ​ຊ່ວຍ​ຊາວ​ອົບ​ພະ​ຍົບຢ່າງ​ໜ້ອຍ 8000 ກວ່າ​ຄົນ​ຢູ່​ເຂດ​ທະ​ເລ​ພາກ​ຕາ​ເວັນ​ຕົກ​​ຂອງປະ​ເທດ​ຕົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ