ຊີ່​ຈ້າງ​ປ່ອຍສິນ​ເຊື່ອ​ເກືອບ​100ຕື້ຢວນ​ເພື່ອຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ
2017-09-22 11:17:51  cri 
ທ່ານ​ຈົ່ງ​ຈຸ້ນ ຮອງ​ຫົວ​ໜ້າ​ພະ​ແນກຕິດ​ຕາມ​ຄຸ້ມ​ຄອງ​ທະ​ນາ​ຄ​ານ​ເຂດ​ປົກ​ຄົງ​ຕົນ​ເອງ​ຊີ່​ຈ້າງ(ຕິ​ເບດ) ສ​ປ ຈີນ​ຢືນ​ຢັນ​ວ່າ: ມາ​ຮອດ​ທ້າຍ​ເດືອນ​ມິ​ຖຸ​ນາ 2017, ຂະ​ແໜງ​ການ​ທະ​ນາ​ຄານ​ຂອງ​ຊີ່​ຈ້າງ(ຕິ​ເບດ)​ໄດ້​ປ່ອຍ​ສິນ​ເຊື່ອ​ 91 ຕື້ 986 ລ້ານຢວນ ກວມ​26%ຂອງເງິນ​ກູ້​ທັງ​ໝົດ​ໃນທົ່ວ​ເຂດ​ເຊິ່ງ​ໄດ້​ເປັນ​ສ່ວນ​ສຳ​ຄັນ​ໃນ​ການຫຼຸດ​ປະ​ຊາ​ກອນ​ທີ່​ທຸກ​ຍາກ​ໄດ້ 1 ແສນ 4 ໝື່ນ 7000 ຄົນ​ໃນ​ປີ 2016 ຜ່ານ​ມາ ​ແລະ​ບັນ​ລຸ​ເກືອບ 25% ຂອງ​ຈຳ​ນວນ​ປະ​ຊາ​ກອນ​ທຸກ​ຍາກ​ທົ່ວ​ເຂດ​, ມີ 5 ເມືອງ​ໄດ້​ສະ​ເໜີ​ໃຫ້​ກວດ​ກາ​ແລະ​ປະ​ເມີນ​ຜົນ​ການ​ລົບ​ລ້າງ​ຄວາມ​ທຸກ​​ຍາກຈາກ​ລັດ ເຊິ່ງ​ຖື​ວ່າ ​ບັ້ນ​ຮົບ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາ​ມ​ທຸກ​ຍາກ​ບັ້ນ​ທຳ​ອິດ​ໄດ້​ຮັບ​ໄຊ​ຊະ​ນະ.

ເພື່ອ​ຕອບ​ສະ​ໜອງ​​ຕາມ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ໃນ​ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ດ້ວຍ​ການ​ສະ​ໜອງ​ທຶນໃຫ້​ຖືກ​ເປົ້າ​ໝາຍ​ນັ້ນ, ພະ​ແນກ​ຕິດ​ຕາມ​ຄຸ້ມ​ຄອງ​ທະ​ນາ​ຄານ​ຊີ່​ຈ້າງ (ຕິ​ເບດ)​ໄດ້​ຕິດ​ຕາມ​​ແລະຊີ້​ນຳ​ທະ​ນາ​ຄານ​ຕ່າງໆ​ຈັດ​ສັນ​ເງິນ​ກູ້​ສ​ະ​ເພາະ​​ເພື່ອຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ໃຫ້ຫຼາຍກວ່າ​ເກົ່າ. ນອກ​ນີ້, ​ທະ​ນາ​ຄານ​ຕ່າງໆ​ຂອງ​ເຂດ​ຊີ່​ຈ້າງ(ຕິ​ເບດ)​ໄດ້​ຕັ້ງ​ໜ້າ​ປະ​ສານ​ສົມ​ທົບ​ກັບ​ຂະ​ແໜງ​ການ​ຕ່າງໆ​ຂອງ​ອົງ​ການ​ປົກ​ຄອງ​ເຂດ​ປົກ​ຄອງ​ຕົນ​ເອງ​ຊີ່​ຈ້າງ(ຕິ​ເບດ)​ເພື່ອ​ປະ​ຕິ​ບັດ​ໂຄງ​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ສຳ​ຄັນ​ຕາມ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຄັ້ງ​ທີ 13 ​ຂອງ​ລັດ​ຖະ​ບານທັງ​ເພີ່ມ​ການ​ລົງ​ທຶນ​ເຂົ້າ​ໃນ​ວຽກ​ງານນີ້​ຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ