ສ້ານ​ຊີ່ປະ​ກວດ​ຕັ້ງ​ຊື່​ໝີ​ແພນ​ດາ​ເກີດ​ໃໝ່ 3 ໂຕ​
2017-09-22 15:07:14  cri 


ກິດ​ຈະ​ກຳ​ປະ​ກວດຕັ້ງ​ຊື່​ແລະ​ການ​ປະ​ກອບ​ທຶນ​ລ້ຽງ​ໝີ​ແພນ​ດາ​ໄດ້​ຈັດ​ຂຶ້ນ​ຢູ່​ສູນ​ຄົ້ນ​ຄວ້າ​ການ​ຂະ​ຫຍາຍ​ພັນ​ໝີ​ແພນ​ດາ​​ຊິນຫຼິງສະ​ຖາ​ບັນ​ວິ​ທະ​ຍາ​ສາດ​ປ່າ​ໄມ້​ແຂວງ​ສ້ານ​ຊີ່​ ສ​ປ ຈີນ​ໃນ​ວັນ​ທີ 21 ກັນ​ຍາ​ນີ້, ​ຂະ​ນະ​ທີ່​ໝີ​ແພນ​ດາ​ເກີດ​ໃໝ່​ອາ​ຍຸ 100 ມື້​ໄດ້​ນຳ​ມາ​ອວດ​ສາຍ​ຕາ​ສັງ​ຄົມ. ສຳ​ລັບ​ຜົນ​ການ​ປະ​ກວດ​ຕັ້ງ​ຊື່​ໝີ​ແພນ​ດາ​ 3 ໂຕ​ດັ່ງ​ກ່າວ​ຈະ​ປະ​ກາດ​ໃນ​ທ້າຍ​ເດືອນ​ຕຸ​ລາ​ທີ່​ຈະ​ມາ​ເຖິງ​ນີ້ ແລະ​ທຶນ​ປະ​ກອບ​ສ່ວນ​ລ້ຽງ​ໝີ​ແພນ​ດາ 100% ​​ຈະ​ໃຊ້​ເຂົ້າ​ໃນ​ ການ​ສຶກ​ສາ​ຄົ້ນ​ຄວ້າ​ການ​​ຂະ​ຫຍາຍ​ພັນ,ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ລ້ຽງ​ໝີ​ແພນ​ດາ​ແລະ​ການ​ສຶກ​ສາ​ສາ​ທາ​ລະ​ນະ ທັງ​ພ້ອມ​ຮັບ​ເອົາການ​ຕິດ​ຕາມກວດ​ກາ​ຈາກ​ສັງ​ຄົມ​ດ້ວຍ​ຄວາມ​ໂປ່ງ​ໃສ.

1  2  3  4  5  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ