ເວ​ທີ​ປຶກ​ສາ​ຫາ​ລື​ຊາວ​ໜຸ່ມ​ຈີນ-ອາ​ຊຽນ​ຄັ້ງ​ທີ 2 ຈັດ​ຂຶ້ນ​ຢູ່​ແຂວງ​ເຮີ​ນານ
2017-09-22 11:23:12  cri 
ເວ​ທີ​ປຶກ​ສາ​ຫາ​ລື​ຊາວ​ໜຸ່ມ​ຈີນ-ອາ​ຊຽນ​ຄັ້​ງ​ທີ 2 ໄດ້​ຈັດ​ຂຶ້ນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ເຈີ້ງ​ໂຈ່ວແຂວງ​ເຮີ​ນານ​ ສ​ປ ​ຈີນ​ໃນ​ວັນ​ທີ 21 ກັນ​ຍາ​ນີ້ ໂດຍ​ສູນ​ຈີນ-ອາ​ຊຽນ, ​ສະ​ຖານ​ທູດ​ຂອງ​ບັນ​ດາ​ປະ​ເທດ​ໃນ​ອາ​ຊຽນ​ປະ​ຈຳ​ຈີນແລະ​ນັກ​ສຶກ​ສາ​ອາ​ຊຽນທີ່​ສຶກ​ສາ​ຢູ່​ຈີນ, ຜູ້​ຕາງ​ໜ້າ​ນັກ​ສຶກ​ສາ​ຈີນ​ແລະ​ພາກ​ສ່ວນ​ກ່ຽວ​ຂ້ອງ150​ ທ່ານ​ໄດ້​ແລກ​ປ່ຽນ​ແລະ​​ປຶກ​ສາ​ຫາ​ລືຫົວ​ຂໍ້​ຕ່າງໆ​ຢ່າງ​ກົງ​ໄປ​ກົງ​ມາ.

ນັກ​ສຶກ​ສາ​​ຈີນ,ລາວ,ມາ​ເລ​ເຊຍ,ກຳ​ປູ​ເຈຍ,ໄທແລະອິນ​ໂດ​ເນ​ເຊຍ​ໄດ້​ແບ່ງ​ເປັນ 4 ໜ່ວຍ​ແລະຫາ​ລື 4 ຫົວ​ຂໍ້​ຢ່າງ​ເລິກ​ເຊິ່ງ​ ໂດ​ຍ​ປິ່ນ​ອ້ອມ "ການ​ພັດ​ທະ​ນາ​ເຂດ​ຊຸມ​ຊົນ​ແລະ​ວຽກ​ງານ​ສັງ​ຄົມ​ຂອງ​ຈີນ​ແລະ​ອາ​ຊຽນ" "ການ​ຍົກ​ນ້ຳ​ໃຈ​ອາ​ສາ​ສະ​ໝັກ​ໃນ​ເຂດ​ຊຸມ​ຊົນ" "ການ​ພັດ​ທະ​ນາ​ແບບ​ວິ​ຊາ​ການ​ໃນ​ການ​ບໍ​ລິ​ການ​ຂອງອາ​ສາ​ສະ​ໝັກ​ແລະ​ວຽກ​ງານ​​ສັງ​ຄົມ" ແລະ"ການ​ບໍ​ລິ​ການ​ຂອງອາ​ສາ​ສະ​ໝັກ​ໃນ​ເຂດ​ຊຸ​ມ​ຊົນ​ແລະ​ການ​ເຂົ້າ​ຮ່ວມ​ຂອງ​ຊາວ​ໜຸ່ມ".

ໃນ​​ເວ​ທີ​ປຶກ​ສາ​ຫາ​ລືດັ່ງ​ກ່າວ, ຜູ້​ຕາງ​ໜ້າ​ມະ​ຫາ​ວິ​ທະ​ຍາ​ໄລແຂວງ​ເຮີ​ນານ​ແລະ​ຜູ້​ຕາງ​ໜ້າ​ສະ​ຖານ​ທູດ​ປະ​ເທດ​ອາ​ຊຽນ​ປະ​ຈຳ​ຈີນ​ຈະ​​ຄົ້ນ​ຄວ້າ​ປຶກ​ສາ​ຫາ​ລື​ບັນ​ຫາການ​ຊຸກ​ຍູ້​​ນັກ​ສຶກ​ສາ​ອາ​ຊຽນ​ໄປສຶກ​ສາ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ແຂວງ​ເຮີ​ນານ​ໃຫ້​ຫຼາຍກວ່າ​ເກົ່າ,ການສົ່ງ​ອາ​ຈານ​ສອນ​ພາ​ສາ​ຈີນ​ໄປ​ອາ​ຊຽນ​,ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ