ມາ​ເລ​ເຊຍ​ຢືນ​ຢັນ​ໄຟ​ໄໝ້ໂຮງ​ຮຽນ​ສອນ​ສາ​ສະ​ໜາ​ມີ​ຜູ້​ປອງ​ຮ້າຍ
2017-09-22 11:24:07  cri 
​ເຈົ້າ​ໜ້າ​ທີ່​ດັບ​ເພີງ​ມາ​ເລ​ເຊຍ​ເປີດ​ເຜີຍ​ໃນວັນ​ທີ 21 ກັນ​ຍາ​ນີ້ວ່​າ: ຫຼັງກວດ​ກາ​ແລ້ວ​ເຫັນ​ວ່າ, ໄຟ​ໄ​ໝ້​ໂຮງ​ຮຽນ​ສາສະ​ໜາ​ກົວ​ລາ​ລຳ​ເປີ​ໃນ​ວັນ​ທີ 14 ກັນ​ຍາ​ນີ້​ແມ່ນ​ເຈດ​ຕະ​ນາ​ຂອງ​ຜູ້​ປອງ​ຮ້າຍ.

ທ່ານ ວານ​ໂມ ນໍ ອິບ​ຣາ​ຮີມ ເຈົ້າ​ໜ້າ​ທີ່​ດັ​ບ​ເພີງ​ມາ​ເລ​ເຊຍ​ກ່າວ​ວ່າ: ໜ່ວຍ​ງານ​ຕົນ​ໄດ້​ພົບ​ຖັງ​ນ້ຳ​ມັນ​ເຊື້ອ​ໄຟ​ເປົ່າ​ທີ່​ເປີດ​ຝາ​ແລ້ວ 2 ວັນ​ຢູ່​ບ່ອນ​ເກີດ​ເຫດ ແລະ​ຕົວ​ຢ່າງ​ທີ່​ໄດ້​ພົບ​ຢູ່​ບ່ອນ​ເກີດ​ເຫດ​ກໍ​ປະ​ກອບ​ມີ​ວັດ​ຖຸ​ໄວ​ໄຟ​ຫຼັງ​ການ​ວິ​ເຄາະ. ຈາກ​ນີ້​ຈຶ່ງ​ຢືນ​ຢັນ​ໄດ້​ວ່າ: ສາ​ເຫດ​ໄຟ​ໄໝ້​ທີ່​ແທ້​ຈິງ​ຄື​ມີ​ຜູ້​ເຈາະ​ຈົງ​ຈູດ.

ກ່ອນ​ໜ້າ​ນີ້, ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​ແລະ​ເຈົ້າ​ໜ້າ​ທີ່​ດັບ​ເພີງ​ມາ​ເລ​ເຊຍ​ກ່າວ​ວ່າ: ອັກ​ຄີ​ໄຟ​ດັ່ງ​ກ່າວ​ເກີດ​ຈາກ​ໄຟ​ຟ້າ​ລັດ​ວົງ​ຈອນ, ແຕ່​ຫຼັງ​ການກວດ​ກາ​ພັດ​ພົບ​ວ່າ, ສາ​ເຫດ​ທີ່​ແທ້​ຈິງ​ບໍ່​ແມ່ນ​ກໍ​ລະ​ນີ​ດັ່ງ​ກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ