ກຸ່ມ​ບໍ​ລິ​ສັດ ຄັບ​ພິ​ທາ​ລັນ​ດ໌​ສິງ​ກະ​ໂປ​ຕັ້ງ​ສຳ​ນັກ​ງານ​ເຂດພາກ​ໃຕ້​ຈີນ​ຢູ່​ເມືອງກວາງ​ໂຈ່ວ
2017-09-22 14:19:52  cri 
ຄະ​ນະ​ກຳ​ມະ​ການ​ຄຸ້ມ​ຄອງ​ເຂດ​ພັດ​ທະ​ນາກວາງ​ໂຈ່ວ​ແລະ​ບໍ​ລິ​ສັດ​ລົງ​ທຶນ​ຄັບ​ພິ​ທາ​ລັນ​ດ໌​​ຈີນຈຳ​ກັດ​​ໄດ້​ເຊັນ​ສັນ​ຍາ​ສ້າງ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ. ຂະ​ນະ​ທີ່ບໍ​ລິ​ສັດ​ດັ່ງ​ກ່າວ​ຈະ​ລົງ​ທຶນ 55 ຕື້ຢວນ​ຢູ່​ເຂດ​ພັດ​ທະ​ນາກວາງ​ໂຈ່ວ, ຕັ້ງ​ສຳ​ນັກ​ງານ​​ເຂດ​ພາກ​ໃຕ້​​ຈີນ​ເພື່ອພັດ​ທະ​ນາ​ໂຄງ​ການປັ​ບ​ປຸງ​ຕົວ​ເມືອງ.

ກຸ່ມ​ບໍ​ລິ​ສັດ ຄັບ​​ພິ​ທາລັນ​ດ໌​​ໄດ້ເລີ່ມ​ດຳ​ເນີນ​ທຸ​ລະ​ກິດ​ຢູ່ຈີນ​ເມື່ອ​ປີ 1994, ​ແລະຈີນ​ກໍ​ແມ່ນ​ຕະ​ຫຼາດ​ຕ່າງ​ປະ​ເທດ​ໃຫຍ່​ທີ່​ສຸດ​ຂອງ​ບໍ​ລິ​ສັດ​​ນີ້. ປັດ​ຈຸ​ບັນ​, ​ບໍ​ລິ​ສັດ ​ດັ່ງ​ກ່າວ​ໄດ້​ປະ​ຕິ​ບັດໂຄງ​ການ​ຫຼາຍກວ່າ 170 ໂຄງ​ການ​ຢູ່ 52 ຕົວ​ເມືອງ​ຂອງ​ຈີນ. ​ແລະ​ສຳ​ລັບເທື່ອ​ນີ້​ບໍ​ລິ​ສັດ​ຈະ​ສຸມ​ໃສ່​ພັດ​ທະ​ນາ​ເຂດ​ພາກ​ຕາ​ເວັນ​ຕົກ​ຂອງ​ເຂດ​ພັດ​ທະ​ນາ​ເມືອງກວາງ​ໂຈ່ວ​ແລະ​ໂຄງ​ການ​ຮ່ວມ​ມື​ຕາມ​ຂະ​ແໜງ​ການ​ແລະ​ຕົວ​ເມືອງ​ເຊື່ອມ​ໂຍງ​ເຂົ້າ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ