ໄທ​ຕັ້ງ​ເປົ້າ​ຮອດ​ທ້າຍປີ 2018​ເຮັດ​ໃຫ້​ອິນ​ເຕີ​ເນັດ​ປົກ​ຄຸມ​ເຂດ​ຊົນ​ນະ​ບົດ 100%
2017-09-23 14:59:05  cri 
ທ່ານ​ປ​ຣະ​ຍຸດ​ຈັນ​ໂອ​ຊາ ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​ຢືນ​ຢັນ​ໃນ​ງານ​ວາງ​ສະ​ແດງ "Digital TaiLand Big Bang 2017 ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 21 ກັນ​ຍາ​ນີ້​ວ່າ: ໄທ​ຕ້ອງ​ບັນ​ລຸ​ເປົ້າ​ໝາຍ​ເຮັດ​ໃຫ້​ລະ​ບົບ​ອິນ​ເຕີ​ເນັດ​ປົກ​ຄຸມ​ເຂດ​ຊົນ​ນະ​ບົດ​ທົ່ວ​ປະ​ເທດ​ໃນ​ທ້າຍ​ປີ 2018 ເພື່ອ​ບັນ​ລຸ​ການ​ຫັນ​ເປັນ​ສັງ​ຄົມດີ​ຈີ​ຕອນ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.

ທ່ານ​ປ​ຣະ​ຍຸດ​ຢືນ​ຢັນ​ວ່າ ປັດ​ຈຸ​ບັນ, ​ໄທ​ມີ 4 ໝື່ນ​ບ້ານ​ໄດ້​ເຊື່ອມ​ຕໍ່​ເຂົ້າ​ລະ​ບົບ​ອິນ​ເຕີ​ເນັດ​ແລ້ວ, ຮອດທ້າຍ​ປີ 2018 ຕ້ອງ​ບັນ​ລຸ​ໃຫ້ 7 ໝື່ນກວ່າ​ບ້ານ​ໃນ​ທົ່ວ​ປະ​ເທດ​ເຊື່ອມ​ຕໍ່​ເຂົ້າລະ​ບົບ​ອິນ​ເຕີ​ເນັດ​ແລະ​ແຕ່​ລະ​ບ້ານ​ຕ້ອງ​ມີ​ຈຸດwifiໂດຍ​ບໍ່​ເກັບ​ຄ່າ.

ທ່ານ​ປ​ຣະ​ຍຸດ​ກ່າວ​ຕື່ມ​ວ່າ ອິນ​ເຕີ​ເນັດ​ດ້ານ​ໜຶ່ງ​ຈະ​ສາ​ມາດ​ເຮັດ​ໃຫ້​ປະ​ຊາ​ຊົນ​ໃນ​ຊົນ​ນະ​ບົດ​ໄດ້​ຮັບ​ຂໍ້​ມູນ​ຂ່າວສານ​ໂດຍ​ສະ​ເພາະ​ຂໍ້​ມູນ​ຂ່າວ​ສານ​ດ້ານ​ເຕັກ​ນິກ​ກະ​ສິ​ກຳ​ໃຫ້ຫຼາຍກວ່າ​ເກົ່າ, ອີກ​ດ້ານ​ໜຶ່ງ,ການ​ທີ່​ລະ​ບົບ​ອິນ​ເຕີ​ເນັດ​ປົກ​ຄຸມ​ທົ່ວ​ເຂດ​ຊົນ​ນະ​ບົດ​ກໍ​ຈະ​ສາ​ມາດ​ສົ່ງ​ເສີມ​ກາ​ນ​ພັດ​ທະ​ນາ​ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ,ເຮັດ​ໃຫ້​ປະ​ຊາ​ຊົນ​ມີ​ລາຍ​ໄດ້​ສູງ​ຂຶ້ນ ຂະ​ນະ​ດຽວ​ກັນ​ກໍ​ຫວັງ​ຈະ​ເຮັດ​ໃຫ້​ຜະ​ລິດ​ຕະ​ພັນ​ຂອງ​ໄທ​ກ້າວ​ໄປ​ສູ່​ທົ່ວ​ໂລກ.

ໃນ​ງານ​ວາງ​ສະ​ແດງ​ດັ່ງ​ກ່າວ, ທ່ານ​ປ​ຣະ​ຍຸດ​ຍັງ​ໄດ້​ສຳ​ຜັດ​ກັບ​ການ​ຂີ່​ລົດ​ຖີບ​ສາ​ທາ​ລະ​ນະofoຂອງ​ຈີນ ທັງ​ໄດ້​ຢ້ຽມ​ຊົມ​ຮ້ານ​ວາງ​ສະ​ແດງ​ຂອງ​ບໍ​ລິ​ສັດ​ຈີນ​ເປັນ​ຕົ້ນ​ບໍ​ລິ​ສັດ​ຮ​ວາ​ເຫວີຍ,ຂະ​ນະ​ທີ່​ບໍ​ລິ​ສັດ​​ຮ​ວາ​ເຫວີຍ​ໄດ້​ສະ​ເໜີ​ແຜນ​ການ​ຫັນ​ເປັນ​ດີ​ຈີ​ຕອນ​ຂອງ10ຂະ​ແໜງ​ການ​ໃຫຍ່​ເຊັ່ນ​ຕົວ​ເມືອງ​ສະ​ມາດ​ແລະ​ອື່ນໆ​ເພື່ອ​ການ​ພັດ​ທະ​ນາ​ຂອງ​ໄທ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ