ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດແມັກ​ຊິກ​ຂອບ​ໃຈ​ລັດ​​ຖະ​ບານ​ຈີນ​ສະ​ໜອງ​ການ​ຊ່ອຍ​​ເຫຼືອທາງ​ມະ​ນຸດ​ສະ​ທຳ​
2017-09-23 16:45:45  cri 
ວັນ​ທີ 22 ກັນ​ຍາ​ນີ້, ທ່ານລູ​ອີ​ສ ບີ​ເດ​ກາ​ເຣ​ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ແມັກ​ຊິກ​ໄດ້ຂອບ​ໃຈ​ຈີນ​ສະ​ໜອງ​ການ​ຊ່ອຍ​ເຫຼືອ​ທາງ​ມະ​ນຸດ​ສະ​ທຳ​ໂດຍ​ດ່ວນ​​ຫຼັງ​ປະ​ເທດ​ຕົນ​ເກີດ​ແຜ່ນ​ດິນ​ໄຫວ​​ຮຸນ​ແຮງ.
ທ່ານ​ບີ​ເດ​ກາ​ເຣ​ພວມ​ເຂົ້​າ​ຮ່ວມ​ກອງ​ປະ​ຊຸມສະ​ມັດ​ຊາ​ໃຫຍ່​​ອົງ​ການສະ​ຫະ​ປະ​ຊາ​ຊາດ​ຢູ່​ນິວ​ຢອກ​, ໄດ້ຂຽນ​ລົງ​ທວິດ​ເຕີ​ໃນ​ວັນ​ດັ່ງ​ກ່າວ​ວ່າ, ລັດ​ຖະ​ບານ​ແມັກ​ຊິກ​ຂໍ​ຂອບ​ໃຈ​ຈີນ​ທີ່​ຊ່ອຍ​ເຫຼືອ​​ແມັກ​ຊິກ​ຫຼັງ​ເກີດແຜ່ນ​ດິນ​ໄ​ຫວ, ​ເຊິງການ​ກະ​ທຳ​ນີ້​​ກໍ​ສະ​ແດງ​ໃຫ້​ເຫັນ​ເຖິງ​​ນ້ຳ​ໃຈ​ມິດ​ຕະ​ພາບ​ແລະ​ການ​ຊ່ອຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ​ ຂອງ​ລັດ​ຖະ​ບານແລະ​ປະ​ຊາ​ຊົນ​ຈີນ.
ແຫຼ່ງ​ຂ່າວ​ຈາກ​ເ​ວັບ​ໄຊກະ​ຊວງ​ການ​ຄ້າ​ຈີນໃຫ້​ຮູ້​ວ່າ, ເພື່ອ​ຊ່ອຍ​ເຫຼືອ​ລັດ​ຖະ​ບານແລະ​ປະ​ຊາ​ຊົນ​ແມັກ​ຊິກຕ້ານແລະ​ກູ້​ໄພ​ແຜ່ນ​ດິ​ໄຫວ, ລັດ​ຖະ​ບານ​ຈີນ​ຕົກ​ລົງ​ສະ​ໜອງ​ການ​ຊ່ອຍ​ເຫຼືອທາງ​ມະ​ນຸດ​ສະ​ທຳ​ໂດຍ​ດ່ວນ​ທີ​ເງິນ​ສົດ 1 ລ້ານ​ໂດ​ລາ​ສະ​ຫະ​ລັດ​ແລະ​ວັດ​ທຸງວດ​ໜຶ່ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ