ການຊຳ​ລະ​ເງິນແບບ​ເຄື່ອນ​ທີ່​​ກາຍ​ເປັນ​ຄວາມ​​ຄຸ້ນເຄີຍ​ຂອງ​ຄົນ​ຈີນ​ໃນ​ຊີ​ວິດ​ປະ​ຈຳ​ວັນ
2017-09-24 17:16:18  cri 

​​ຫວ່າງ​ກ່ອນນີ້ບໍ່​ດົນ, ຄະ​ນະ​ຄົ້ນ​ຄວ້າ​​ລະ​ບົບ​ຊຳ​ລະເງິນ​ວິ​ເຊັດ​ໄດ້​​ເຜີຍ​ແຜ່​ບົດ​ລາຍ​ງານ​ຢູ່​ນະ​ຄອນ​ຫຼວງ​ບາງກອກ​ຂອງ​ໄທ​ໂດຍ​ຊີ້​ອອກວ່າ, ການຊ​ຳ​ລະເງິນ​ແບບ​ເຄື່ອນ​ທີ່​ກາຍ​ເປັນ​ເລື່ອງ​ສະ​ໄໝ​ນິ​ຍົມ​ໂດຍ​ວິ​ທີ​​ຊຳ​ລະ​ເງິນ​​ແບບ​ບໍ່​ໃຊ້​ເງິນ​ສົດ ເປັນ​ຕົ້ນ​ຊຳ​ລະ​ດ້ວຍໂທ​ລະ​ສັບ​ມື​ຖື ໄດ້​ຖືກ​ນຳ​ໃຊ້​ຢ່ທົ່ວ​ໄປ​ໃນ​ຊີ​ວິ​ດ​ປະ​ຈຳ​ວັນຂອງ​ຄົນ​ຈີນ.

ໃນ​ກອງ​ປະ​ຊຸມ​ສຸດຍອດ​ອາ​ຊີ​ປາ​ຊິ​ຟິກ​ກ່ຽວ​ກັບ​​ຕົວ​ເມືອງ​ສະ​ມາດແລະ​ວຽກ​ງານ​ບໍ​ລິ​ຫານ​ລັກ​ແບບ​ເອ​ເຣັກ​ໂຕຼນິກ​ຄັ້ງ​ທີ 3 ທີ່​ຈັດ​ຂຶ້ນ​ຢູ່​​ນະ​ຄອນຫຼວງ​ບາງກອກ​ປະ​ເທດ​ໄທ​ໃນວັນ​ທີ 22 ​ກັນ​ຍານີ້, ຄະ​ນະ​ຄົ້ນ​ຄວ້າ​​ລະ​ບົບ​ຊຳ​ລະເງິນ​​ວິ​ເຊັດ​ໄດ້​ແນະ​ນຳ​​ພຶດ​ຕິ​ກຳ​ຕົວ​ຈິງຂອງ​ຈີນ​ໃນການ​ພັດ​ທະ​ນາ​ຕົວ​ເມືອງ​​ສະ​ມາດ​, ແລະ​​ໄດ້​ເຜີຍ​ແຜ່ບົດ​ລາຍ​ງານ​ກ່ຽວ​ກັບ​ການ​ດຳ​ລົງ​ຊີ​ວິດແບບ​ສະມາດຂອງ​ຈີນ2017.

ບົດ​ລາຍ​ງານ​ດັ່ງ​ກ່າວສະ​ແດງ​ໃຫ້​ເຫັນ​ວ່າ, ໃນ​ຊີ​ວິ​ດ​ປະ​ຈຳ​ວັນ ຄົນ​ຈີນ 40% ​ຖື​ເງິນ​ສົດ​ຕິດ​ຕົວໜ້ອຍກວ່າ 100 ຢວນ​ຂະ​ນະອອກ​ນອກ, ແລະ​ມີ 84%ກ່າວ​ວ່າ​ສາ​ມາດ​ບໍ່​ເອົາ​ເງິນ​ສົດ​ຕິດ​ຕົວ​ໄປ​ນຳ.

ບົດ​ລາຍ​ງານ​ຍັງ​ຊີ້​ໃຫ້​ເຫັນ​ວ່າ, ວິ​ສາ​ຫະ​ກິດ​ເຕັກ​ນິກວິ​ທະ​ຍາ​ສາດ​ຈີນ​ໄດ້​ສ້າງ​​ສະ​ພາບ​ແວ​ດ​ລ້ອມ​ທີ່ດີ​ພາຍ​ໃນ​ປະ​ເທດ​ແລ້ວ, ຂະ​ນະ​ທີ່ໃນ​ອະ​ນາ​ຄົດ ວິ​ສາ​ຫະ​ກິດ​ເຕັກ​ນິກວິ​ທະ​ຍາ​ສາດ​ຈີນ​ກໍ​ຈະ​ສາ​ມາດ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເຕັກ​ໂນ​ໂລ​ຊີ​ທາງ​ການ​ເງິນ​ແລະ​ການເງິນ​ດີ​ຈິ​ຕອນ​ຂອງ​ທົ່ວ​ໂລກ​​ເຊັ່ນ​ດຽວ​ກັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ