ອີ​​ຣານຈະ​ບໍ່​ຢຸດ​ການເສີມ​ສ້າງກຳ​ລັງ​ປ້ອງ​ກັນ​ປະ​ເທດ
2017-09-24 17:20:59  cri 
ວັນ​ທີ 23 ກັນ​ຍານີ້ ທ່ານ​ບ​ຣິ​ກາ​ເດຍ ​ເກ​ເນ​ຣານ ອາ​ມິວ ຮາ​ທາ​ມິ ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ອີ​ຣານ​ກ່າວ​ວ່າ, ທະ​ແນມ​ແຕ່​ບາງ​ປະ​ເທດ​ຍັງ​ກ່າວ​ຖ້ອຍ​ຄວາມ​ຂົ່ມ​ຂູ່​, ອີ​​ຣານ​ກໍ​ຈະ​ບໍ່​ຢຸດ​ການເສີມ​ສ້​າງ​ກຳ​ລັງ​​ປ້ອງ​ກັນ​ປະ​ເທດ​.

ຕອນ​ຄ່ຳ​ວັນ​ທີ 22 ກັນ​ຍານີ້, ບໍ​ລິ​ສັດ​ກະ​ຈາຍ​ສຽງ​ແຫ່ງ​ຊາດ​ອີ​ຣານໄດ້​ເຜີຍ​ແຜ່​ວິ​ດີ​ໂອ​ຕອນ​ໜຶ່ງ ເຊິ່ງ​ສະ​ແດງ​ໃຫ້​ເຫັນວ່າ ອີ​ຣານ​ໄດ້​ທົດ​ລອງ​ຍິງ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ຮຸ່ນ​ໃໝ່​ທີ່"ໂຮ​ຣຳ​ຊາ​ເຮິ"​ຢ່າງປະ​ສົບ​ຜົນ​ສຳ​ເລັດ. ລູກ​ສອນ​ໄຟ​ນຳ​ວິ​ຖີນີ້​ກໍ​ໄດ້​ເປີດ​ເຜີຍເປັນ​ເທື່ອ​ທຳ​ອິດ​ໃນ​ພິ​ທີ​ສວນ​ສະ​ໜາມໃນ​ວັນ​ທີ 22 ກັນ​ຍານີ້. ​ຂະ​ນະ​ທີ່ສະ​ຖາ​ນີ​ໂທ​ລະ​ພາບ​ຂ່າວ​ຂອງ​​ທາງ​ການ​ອີ​ຣານ​ແຈ້ງວ່າ, ລູກ​ສອນ​ໄຟ​ນຳ​ວິ​ຖີນີ້​ສາ​ມາດ​ຍິງ​ໄດ້ເຖິງ 2000 ກິ​ໂລ​ແມັດ, ສາ​ມາດ​ບັນ​ຈຸ​ຫົວ​​ຮົບ​ໄດ້ຫຼາຍ​ລູກ​, ​ແລະຈະ​​ນຳໃຊ້​ເຂົ້າ​​ປະ​ຈຳ​ການ​ໃນ​ອີກ​ບໍ່​ດົນ​ຂ້າງ​ໜ້ານີ້.

ຫຼັງ​ຈາກ​ທ່ານໂດ​ນັນ ​ທ​ຣຳ ປະ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ສາ​ບານ​ຕົວ​ຂຶ້ນ​ຮັບ​ຕຳ​ແໜ່ງ​ໃນ​ເດືອນ​ມັງ​ກອນ​ປີນີ້​ເປັນ​ຕົ້ນ​ມາ, ​ ​ກໍ​ໄດ້ເພີ່​ມ​ຕື່ມ​ຫຼາຍ​ມາດ​ຕະ​ການ​ຂວ້ຳ​ບາດ​ອີ​ຣານ ໂດຍ​ອ້າງວ່າ​ອີ​ຣານ​ພັດ​ທະ​ນາ​ລູກ​ສອນ​ໄຟ​ນຳ​ວິ​ຖີ. ຕໍ່​ເລື່ອງນີ້ ອີ​ຣານ​ຕອບ​ໂຕ້​ວ່າ, ການ​ພັດ​ທະ​ນາລູກ​ສອນ​ໄຟ​ນຳ​ວິ​ຖີ​ແມ່ນ​ສິດ​ທີ່​ປົດ​​ອອກ​ບໍ່​ໄດ້, ​ແລະຈະ​ພັດ​ທະ​ນາ​ຕໍ່​ໄປ​ຢ່າງ​ເດັດ​ຂາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ