ຍົນ​ຖິ້ມ​ລະ​ເບີດ​ຂອງ​ອາ​ເມ​ລິ​ກາ​ບິນຜ່ານ​ອາ​ກາດ​ເທິງ​ເຂດນ້ຳ​ທາງ​ຕາ​ເວັນ​ອອກ​ຂອງ​ສ​ປ​ປ​ເກົາ​ຫຼີ
2017-09-24 17:23:11  cri 
ວັນ​ທີ 23 ກັ​ນ​ຍານີ້ ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ​ກ່າວ​ວ່າ, ​ໃນ​ວັນ​ດັ່ງ​ກ່າວ ຍົນ​ຖິ້ມ​ລະ​ເບີດ​​ຍຸດ​ທະ​ສາດ​ຫຼາຍ​ລຳ​ຂອງປະ​ເທດ​ຕົນ​ໄດ້​ບິນ​ຜ່ານ​ເຂດນ້ຳ​ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ສ​ປ​ປ​ເກົາ​ຫຼີ ໂດຍ​ມີ​ການ​ປ້ອງ​ກັນ​ການ​ບິນ​ຈາກ​ຍົນ​ຮົບ, ບິນ​ໄປ​ຮອດສົ້ມ​ເໜືອ​ສຸດ​ຂອງ​ເຂດ​ປອດທະ​ຫານ​ລະ​ຫວ່າງ​ສ.ເກົາ​ຫຼີ​ແລະສ​ປ​ປ​ເກົາ​ຫຼີ ທີ່​ຍົນ​ຮົບ​ອາ​ເມ​ລິ​ກາ​​ບິນຮອດ​​ນັບ​ແຕ່​ສະ​ຕະ​ວັດ​ນີ້​ເປັນ​ຕົ້ນ​ມາ.
 
ຫວ່າງ​ມໍ່​ໆ​ມານີ້ ລັດ​ຖະ​ບານ​ອາ​ເມ​ລິ​ກາ​ໄດ້​ໃຊ້​ທ່າ​ທີ​ແຂງ​ແຮງ​ຕໍ່​ສ​ປ​ປ​ເກົາ​ຫຼີ. ວັນ​ທີ 19 ​ກັນ​ຍານີ້ ທ່ານ​ໂດ​ນັນ ​ທ​ຣຳປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ໄດ້​ກ່າວ​ຖ້ອຍ​ຄວາມ​ທີ່​ຈະ​ທຳ​ລາຍ​ສ​ປ​ປ​ເກົາ​ຫຼີ​ຢ່າງ​ເຖິງ​ຖອງ​ໃນ​ກອງ​ປະ​ຊຸ​ມ​ອະ​ພິ​ປາຍ​ທົ່ວ​ໄປ​ຂອງ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ​ຈາກນັ້ນ​ກໍ​ໃຊ້​ຄວາມ​ກົດ​ດັນ​ຕໍ່ສ​ປ​ປ​ເກົາ​ຫຼີ​ຕື່ມ​ອີກໃນ​ວັນ​ທີ 21 , ໂດຍ​ປະ​ກາດ​ໃຊ້​ມາດ​ຕະ​ການຂວ້ຳ​ບາດ​ສ​ປ​ປ​ເກົາ​ຫຼີ​​ຢ່າງ​ເຂັ້ມ​ງວດ​ຮອບ​ໃໝ່.

ເມື່ອ​ປະ​ເຊີນ​ກັບ​ຄວາມ​ກົດ​ດັນ​ຈາກ​ອາ​ເມ​ລິ​ກາ, ວັນ​ທີ 22 ​ກັນ​ຍານີ້ ​ຂ່າວ​ສານ​ສູນ​ກາງສ​ປ​ປ​ເກົາ​ຫຼີ​ໄດ້​​ອ້າງ​ຕາມຖະ​ແຫຼງ​ການຂອງ​ທ່ານ​ກິມ​ເຈິງ​ອຸນ ຜູ້​ນຳ​ສູງ​ສຸດ​ຂອງ​ສ​ປ​ປ​ເກົາ​ຫຼີ​​ໂດຍ​ລາຍ​ງານວ່າ, ທ່ານ​ທ​ຣຳ​​ກ່າວ​ຖ້ອຍ​ຄວາມ​ຢຽບ​ຫຍາມ​ປະ​ເທດ​​ຕົນ​ແລະ​ທ່ານ​ກິມ​ເຈິງ​​ອຸນ​ຕໍ່​ທົ່ວ​ໂລກ, ​ແລະທ່ານ​ກິມ​ເຈິງ​ອຸນ​ກຳ​ລັງ​ຄຶດ​ວ່າ​ຈະ​ໃຊ້​ມາດ​ຕະ​ການ​ຕອບ​ໂຕ້​ຄືນ​​ຢ່າງ​ແຂງ​ແຮງກວ່າ​ເກົ່າ​ແນວ​ໃດ​ຕໍ່​ອາ​ເມ​ລິ​ກາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ