ພຽງ 3 ວັນກຳ​ປູ​ເຈຍ​ເກີດ​ອຸ​ບັດ​ເຫດ​ລົດ 52 ​ຄັ້ງ​ເສ​ຍ​ຊີ​ວິດ 26 ຄົນ​ໃນ​ໄລ​ຍະ​ບຸນ​ໄຫວ້​ຜູ້​ລ່ວງ​ລັບ
2017-09-25 10:58:43  cri 
ຕາມ​ບົດ​ລາຍ​ງານ​ຂອງ​​ອົງ​ການຕຳຫຼວດ​ແຫ່ງ​ຊາດ​ກຳ​ປູ​ເຈຍ​ທີ່​ເປີດ​ເຜີຍ​ໃນ​ວັນ​ທີ 22 ກັນ​ຍາ​ນີ້​ວ່າ: ໄລ​ຍະ​ພັກ​ບຸນ​ປະ​ຣະ​ຈົ່ມ​ບັນຫຼືບຸນ​ໄຫວ້​ຜູ້​ລ່ວງ​ລັບ​ພຽງ 3 ວັນ​ເທົ່າ​ນັ້ນ,ທົ່ວ​ປະ​ເທດ​ກຳ​ປູ​ເຈຍ​ໄດ້​ເກີດ​ອຸ​ບັດ​ເຫດ​ທາງ​ຖະ​ໜົນ​ທັງ​ໝົດ 52 ​ຄັ້ງ ​ສົ່ງ​ຜົນ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 26 ຄົນ​ແລະບາດ​ເຈັບ 90 ຄົນ.

ແຕ່​ວັນ​ທີ 1 ຫາ​ວັນ​ທີ 15 ເດືອນ 10 ຕາມ​ປະ​ຕິ​ທິນ​ພຸດ​ທະ​ສາ​ສະ​ໜາ​ແຕ່​ລະ​ປີ​ເປັນ​ບຸນ​ໄຫວ້​ຜູ້​ລ່ວງ​ລັບ ເຊິ່ງ​ເປັນ​ບຸນ​ປະ​ເພ​ນີ​ສຳ​ຄັນ​ທີ່​ສະຫຼອງ​ເປັນ​ເວ​ລາ 15 ວັນ​ຂອງ​ກຳ​ປູ​ເຈຍ ຖື​ວ່າ​ເປັນ​ບຸນ​ທີ່ຍາວ​ທີ່​ສຸດ​ໃນ​ອາ​ຊີ. ວັນ​ທີ 19-21 ກັນ​ຍາ​ປີ​ນີ້, ທົ່ວ​ປະ​ເທດ​ກຳ​ປູ​ເຈຍ​ໄດ້​ພັກ ເພື່ອ​ສະ​ຫຼອງ​ບຸນ​ໄຫວ້​ຜູ້​ລ່ວງ​ລັບ. ຕາມ​ບົດ​ລາຍ​ງານ​ຂອງ​ກົມ​ຕຳຫຼວດ​ຮັກ​ສາ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍທາງ​ສັງ​ຄົມອົງ​ການ​ຕຳຫຼວດ​ແຫ່ງ​ຊ​າ​ດ​ກຳ​ປູ​ເຈຍ​ລະ​ບຸ​ວ່າ: ໃນ​ໄລ​ຍະ​ພັກ​ເປັນ​ເວ​ລາ 3 ວັນ​ດັ່ງ​ກ່າວ, ທົ່ວ​ປະ​ເທດ​ໄດ້​ເກີດ​ອຸ​ບັດ​ເຫດ​ທາງ​ຖະ​ໜົນ ທັງ​ໝົດ 52 ​ຄັ້ງ, ໃນ​ນີ້ ຂັບ​ລົດ​​ໄວເກີນ​ ກຳ​ນົດ 13 ລາຍ, ​ດື່ມເຫຼົ້າ​ແລ້ວ​ຂັບ​ລົດ 8 ລາຍ, ແຊງ​ລົດ 5 ລາຍ, ກະ​ທຳ​ຜິດ​ກົດ​ຈະ​ລາ​ຈອນ 25 ລາຍ ແລະ​ລົດ​ເກີດ​ບັນ​ຫາ 1 ລາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ