ເວທີ​ປຶກສາ​ຫາລື​ວ່າ​ດ້ວຍ​ວັດ​ທະນະ​ທຳ​ແມ່​ນ້ຳ​ລ້ານ​ຊ້າງ​-​ແມ່​ນ້ຳຂອງຈັດ​ຂຶ້ນ​ຢູ່​ເມືອງນິງ​ໂປ່ຈີນ
2017-09-25 14:16:47  cri 
ວັນ​ທີ 24 ກັນຍາ​ນີ້, ຢູ່​ເມືອງ​ນິງ​​ໂປ່ ​ແຂວງ​ເຈີ້ຈ່ຽງສປຈີນ ​ໄດ້​ຈັດ​​ເວທີ​ປຶກສາ​ຫາ​ລື​ວ່າ​ດ້ວຍ​ວັດທະນະທຳ​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ ​ເຊິ່ງ​ເປັນ​ກິດຈະກຳຕົ້ນຕໍຂອງ​ມະຫາ​ກຳ​ສິລະ​ປະ​ອາຊີ​ຄັ້ງ​ທີ 15.

ລັດຖະມົນຕີ ​ແລະ​ຕົວ​ແທນກະຊວງ​ວັ​ດທະນະ​ທຳຈາກ​ຫົກ​ປະ​ເທດ ​ຫຼື​ຜູ້​ຕາງໜ້າ​ຕ່າງໆ​ ​ເຊັ່ນ: ​ທ່ານລົ້ວ​ຊູ​ກັ່ງ ລັດຖະມົນຕີ​ວ່າການ​ກະຊວງ​ວັດ​ທະນະ​ທຳ​ຈີນ, ທ່ານ​ທະນະ​ສັກ ປະ​ຕິ​ມະ​ປຣະກອນ ຮອງ​ນາຍົກລັດຖະມົນ​ຕີ​ໄທ, ທ່ານບໍ່​ແສງ​ຄຳ ວົງ​ດາລາ ລັດຖະມົນຕີ​ກະຊວງ​ຖະ​ແຫຼງຂ່າວ, ​ວັດທະນະທຳ ​ແລະທ່ອງທ່ຽວ​ລາວ ​ແລະ​ຜູ້​ອື່ນ​ທີ່​ກ່ຽວຂ້ອງຕ່າງ​ກໍ​​ໄດ້​ກ່າວ​ປາ​ໄສກ່ຽວ​ກັບ​ການ​​ແລກປ່ຽນ ​ແລະ​ການ​ຮ່ວມ​ມື​ວັດທະນະທຳ​ຢູ່​ອະ​ນຸພາກ​ພື້ນ​ແມ້ນ້ຳລ້ານ​ຊ້າງ​-​ແມ່​ນ້ຳຂອງ​ ​ເພື່ອສ້າງ​ແຜນ​ງານ.

​ເວ​ທີ​ນີ້ໄດ້ຮັບຮອງ​ເອົາ "ຖະ​ແຫຼ​ງການ​ນິງ​ໂປ່​ວ່າ​ດ້ວຍ​ການ​ຮ່ວມ​ມື​ວັດທະນະທຳ​ແມ່ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ", ບັນດາ​ທ່ານ​​ເຫັນ​ເປັນ​ເອກະ​ພາບ​ກັນ​ວ່າ ການ​ຮ່ວມ​ມື​ວັດທະນະທຳ​ແມ່​ນ້ຳລ້ານ​ຊ້າງ-​ແມ່​ນ້ຳຂອງ​ເປັນ​ເນື້ອ​​ໃນ​ທີ່​ສຳຄັນ​​ໃນ​ການ​ຮ່ວມ​ມື​ຕົວ​ຈິງ, ຫົກ​ປະ​ເທດ​ຈະ​ເພີ່ມ​ທະວີ​ການ​​ແລກປ່ຽນ ​ແລະ​ການ​ຮ່ວມ​ມື​ດ້ານ​ວັດທະນະທຳ, ພະຍາຍາມ​ຖ່າຍ​ທອດ ​ແລະ​ພັດ​ທະ​ນາ​ວັ​ດທະນະ​ທຳທີ່​ເປັນ​ມູນ​ເຊື້ອ​ທີ່ງາມດີ ເພື່ອ​ຊຸກຍູ້​ຄວາມ​ເຂົ້າ​ໃຈ ​ແລະ​ຄວາມ​ໄວ້​ເນື້ອເຊື່ອ​ໃຈ​​ຂອງ​ປະຊາຊົນ​ຫົກ​ປະ​ເທດ​ໃຫ້​​ແໜ້ນ​ແຟ້ນຍິ່ງໆ​ຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ