ອຽກລັງ​ຈະ​ເອົາພາ​ສາ​ຈີນ​ເປັນ​ວິຊາ​ສອບ​ເສັງ​ເຂົ້າ​​ມະຫາວິທະຍາ​​ໄລ
2017-09-25 16:47:41  cri 
ວັນ​ທີ 24 ກັນຍາ​ນີ້, ທ່ານ​ນາງ​ມາຣີ ມິດ​ແຊນ ​ໂອ​ຄວນ​ເນີ ລັດຖະມົ​ນຕີ​ວ່າການ​ກະຊວງ​ວຽກ​ງານ​ແຫ່ງ​ລັດ, ຜູ້​ຊີ້​ນຳ​ການສຶກສາຊັ້ນ​ສູງ​ອຽກລັງ​ກ່າວ​ວ່າ: ປະ​ເທດ​ຕົນ​ຈະ​ເອົາພາ​ສາ​ຈີນ​ເປັນ​​ວິຊາ​ສອບ​ເສັງຂອງມະຫາວິ​ທະຍາ​ໄລ​ໃນ​ປີ 2020 ​ແລະ​​​ເອົາເປັນ​ວິຊາ​ສອບ​ເສັງ​ເຂົ້າ​ມະຫາວິ​ທະຍາ​ໄລ​ຢ່າງ​ເປັນ​ທາງ​ການໃນ​ປີ 2022.

ທ່ານ​ກ່າວ​​ໃນ​ກອງ​ປະຊຸມ​ຮ່ວມ​ສະ​ຖາ​ບັນຂົງຈື້ອັງກິດ-ອຽກລັງ​ໃນ​ມື້​ດັ່ງກ່າວ​ວ່າ: ອຽກລັງ​ຈະ​ປະກາດ​ຍຸດ​ທະ​ສາດ​ສຶກສາ​ພາສາ​ຕ່າງປະ​ເທດ ​ເຊິ່ງຈະ​ກຳນົດ​ເອົາພາ​ສາ​ຈີນ​ເປັນ​​ວິຊາ​ສອບ​ເສັງ​​ໂດຍ​ອີ​ງຕາມຫຼັກສູດ​ພາສາ​ຈີນ 100 ​ຊົ່ວໂມງຮຽນຂອງ​​ໂຮງຮຽນມັດທະຍົມ​​ຕົ້ນນັບ​ແຕ່ປີ 2014.

ທ່ານ​ກ່າວ​ຕື່ມ​ວ່າ: ອຽກລັງ​ມີສອງວໍສະ​ຖາ​ບັນ​ຂົງຈື້ທີ່​ດີ ຢູ່​ມະຫາວິທະຍາ​ໄລ​​ເປິລິນ ​ແລະ​ມະຫາວິທະຍາ​ໄລ​ໂຄ​ເຄິ ​ແລະ​ຈາກຄວາ​ມພະຍາຍາມຂອງ​ສະ​ຖາ​ບັນ​ຂົງຈື້ດັ່ງກ່າວ ​ໄດ້​ເຮັດ​ໃຫ້ນັກ​ສຶກສາ​ທີ່​ມີ​ລະດັບ​ຄວາມຮູ້​ວັດທະນະທຳ​ພາສາ​ຈີນຂັ້ນ​ພື້ນຖານ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ