ຟິລິບປິນຈັບຊາວປະມົງຫວຽດນາມ ເຮັດໃຫ້ມີຜູ້ເສຍຊີວິດ 2 ຄົນ
2017-09-25 11:34:43  cri 

ວັນທີ 24 ກັນຍານີ້, ໂຄສົກທະຫານເຮືອຟິລິບປິນກ່າວວ່າ, ມື້​ດຽວ​ກັນ, ກຳ​ປັ່ນ​ລາ​ດຕະ​ເວນທະ​ຫານ​ເຮືອ​ຟິ​ລິບ​ປິນໄດ້​ເຫັນ​ເຮືອປະມົງຫວຽດ​ນາມ​ເຂົ້າ​ສູ່​ເຂດ​ທະ​ເລປະ​ມານ 30 ໄມ​ທະ​ເລທາງທິດ​ຕາ​ເວັນ​ຕົກ​ຂ​ອງ​ແຂວງ​ປານກາ​ຊີ​ນານ ເກາະ​ລູ​ຊົນ​ ພາກ​ເໜືອ​ຟິ​ລິບ​ປິນ, ທະ​ຫານ​ເຮືອຟິ​ລິບ​ປິນ​ເຫັນ​ວ່າ​ກຳ​ປັ່ນລຳ​ນີ້​ກຳ​ລັງ​ຫາ​ປາ​ຢ່າງ​ຜິດ​ກົດ​ໝາຍ, ແລ້ວ​ກໍ່​ໄດ້ຮັບລູກເຮືອທັງໝົດ​ຂັງ​ໄວ້, ຫຼັງ​ຈາກ​ນັ້ນ​ຊາວປະມົງ​ຫວຽດ​ນາມ​2ຄົນ​ໄດ້ເສຍຊີວິດ, ແລະ​ອີກ 5 ຄົນ​ຖືກ​ສົ່ງ​ໄດ້ສືບສວນຕໍ່ຢູ່​ຟິ​ລິບ​ປິນ.

ສື່ມວນ​ຊົນ​ທ້ອງ​ຖິ່ນ​ລາຍ​ງານ​ວ່າ, ທະ​ຫານ​ຟິ​ລິບ​ປິນ​ຍິງ​ປືນໃສ່ຊາວ​ປະມົງຫວຽດນາມ​ 2 ຄົນ​ເສຍ​ຊີ​ວິດ.

ແຕ່​ໂຄ​ສົກ​ທະ​ຫານ​ເຮືອ​ຟິ​ລິບ​ປິນ​ບໍ່​ໄດ້​ຢືນ​ຢັນ​ຄຳ​ເວົ້າ​ຂອງການລາຍ​ງານ​ດັ່ງ​ກ່າວ. ທ່ານ​ກ່າວ​ວ່າ, ປັດ​ຈຸ​ບັນ, ການ​ສຳ​ຫຼວດ​ຂອງ​ທະ​ຫານ​ເຮືອ​ກຳ​ລັງ​ປະ​ຕິ​ບັດ​ໜ້າທີ່ຢູ່, ທີ່​ສາ​ມາດ​ຢືນ​ຢັນ​ໄດ້ແມ່ນ ກຳ​ປັ່ນ​ທະ​ຫານເຮືອ​ຟິ​ລິບ​ປິນ ກັບ ກຳປັ່ນເຮືອຫາປາ​ຫວຽດ​ນາມ​ເຄີຍ​ຕຳ​ກັນ. ກ່ອນ​ຜົນ​ການ​ສຳ​ຫຼວດ​ປະ​ກາດ, ຍັງ​ບໍ່ສາມາດ​ຢືນ​ຢັນ​ສາເຫດໃນການເສຍຊີວິດຂອງຊາວປະມົງຫວຽດນາມເທື່ອ.​

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ