ກິດຈະກຳ​ແລ່ນ​ເພື່ອ​ສຸ​ຂະ​ພາບ​​ອ້ອມ​ໂລກ​ປິມ​ໂປ2017ຈັດຂຶ້ນຢູ່​ປັກ​ກິ່​ງ
2017-09-25 11:53:25  cri 

ຕາມ​ຂ່າວCRI: ວັນ​ທີ 24 ກັນ​ຍາ​ນີ້, ກິດ​ຈະ​ກຳ​ແລ່ນ​ເພື່ອ​ສຸ​ຂະ​ພາບ​ອ້ອມ​ໂລກປິມ​ໂປ 2017 ​ໂດຍ​ປິມ​ໂປ ເຊິ່ງ​ເປັນ​ກຸ່ມ​ບໍ​ລິ​ສັດ​ຜະ​ລິດ​ອາ​ຫານ​ອົບທີ່​ມີ​ຊື່​ສຽງ​ໃນ​ໂລກ​ໄດ້​ຈັດຂຶ້ນ​ຢູ່​ສວນ​ປ່າ​​ໂອ​ລິມ​ປິກ​ (Olympic forest park)ປັກ​ກິ່ງ. ທ່ານຈອ​ສ໌ ລູ​ອິ​ສ ເບີ​ນາວເອກ​ອັກ​ຄະ​ລັດ​ຖະ​ທູດ​ແມັກ​ຊິ​ກ​ປະ​ຈຳ​ຈີນ​ ແລະ ແຂກ​ຜູ້​ມີ​ກຽດ​ອື່ນໆໄດ້​ເຂົ້າ​ຮ່ວມ.

​ທ່ານ​ເບີ​ນາວ​ກ່າວ​ວ່າ, ໃນ​ຖາ​ນະ​ທີ່​ເປັນ​ພະ​ນັກ​ງານ​ລັດ​ຖະ​ບານ​ແມັກ​ຊິ​ກ​ປະ​ຈຳ​ຈີນ, ຂ້າ​ພະ​ເຈົ້າ​ຮູ້​ສຶກ​ດີ​ໃຈ​ຫຼາຍ​ທີ່​ປິມ​ໂປ ເຊິ່ງ​ເປັນ​ວິ​ສາ​ຫະ​ກິດ​ແມັກ​ຊິ​ກ ແລະ ວັດ​ທະ​ນະ​ທຳ​ແມັກ​ຊິ​ກ​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບຫຼາຍ​ຢູ່​ຈີນ.

1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ