ພັກສະຫະພັນໄດ້ຮັບຄວາມນິຍົມຫຼາຍກວ່າໝູ່ໃນການເລືອກຕັ້ງ​ລັດ​ຖະ​ສະ​ພາເຢຍລະມັນ
2017-09-25 11:59:12  cri 

ຜົນ​ການ​ສຳ​ຫຼວດ​ຄວາມ​ເຫັນ​ຂອງ​ປະ​ຊາ​ຊົນ​ທີ່​ໂທ​ລະ​ພາບ-1ເຢຍ​ລະ​ມັນ​ປະ​ກາດ​ໃນ​ວັນ​ທີ 24 ກັນ​ຍາ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ພັກ​ສະ​ຫະ​ພັນ​ທີ່​ນຳ​ພາ​ໂດຍ​ທ່ານ​ນາງແອງ​ເຈີ​ລາ ແມີ​ແຄນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄົນ​ປັດ​ຈຸ​ບັນ​ໄດ້​ຮັບ​ຄວາມນິຍົມ 32,5% ໃນ​ການ​ເລືອກ​ຕັ້ງ​ລັດ​ຖະ​ສະ​ພາ​ເຢຍ​ລະ​ມັນ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ.

ສຳລັບພັກ​ປະ​ຊາ​ທິ​ປະ​ໄຕ​ສັງ​ຄົມ​ເຢຍ​ລະ​ມັນ​​ໄດ້ຮັບຄວາມນິຍົມ 20%, ຍັງຄົງຮັກ​ສາຖາ​ນະ​ທີ່​ເປັນ​ພັກ​ໃຫຍ່​ອັນ​ດັບ​ທີ​ 2. ພັກ​ທາງ​ເລືອກ​ເຢຍ​ລະ​ມັນ ເຊິ່ງ​ເປັນ​ພັກ​ການ​ເມືອງປະຊານິຍົມຝ່າຍ​ຂວາ​ໄດ້​ຮັບຄະແນນ 13,5% , ກາຍ​ເປັນ​ພັກ​ການ​ເມືອງຝ່າຍ​ຂວາ​​ພັກທຳອິດ​ທີ່​ເຂົ້າ​ສູ່​ລັດ​ຖະ​ສະ​ພາ​ເຢຍ​ລະ​ມັນ​​​ຫຼັງ​ຈາກ​ສົງ​ຄາມ​ໂລກ​ຄັ້ງ​ທີ 2.

ນອກ​ນີ້, ພັກ​ເສ​ລີ​ພາບ​ແລະປະ​ຊ​າ​ທິ​ປະ​ໄຕ​ທີ່​ເສຍ​ໄຊ​ແລະບໍ່​ໄດ້​ເຂົ້າ​ສູ່​ລັດ​ຖະ​ສະ​ພາ​ໃນ​ການ​ເລືອກ​ຕັ້ງ​ຄັ້ງ​ແລ້ວ​ນັ້ນ​ມີຄະແນນ 10,5%, ພັກ​ສີ​ຂຽວ 9,5% ແລະ ພັກ​ຝ່າຍ​ຊ້າຍມີຄະແນນ 9%.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ