ອຸທະຍານປ່າໄມ້ທ່ຽນຊຽວໂກ່ແຂວງລຽວນີງ
2017-09-25 17:00:44  cri 

ອຸທະຍານປ່າໄມ້ທ່ຽນຊຽວໂກແຂວງລຽວນີງສ.ປ.ຈີນແມ່ນເຂດທ່ອງທ່ຽວລະ​ດັບ​ຊາດ AAAA ເປັນເຂດໂຕ​ແບບ​ການທ່ອງທ່ຽວດ້ານກະສິກຳ ແລະ ຊົນນະບົດທົ່ວປະເທດຈີນ 5 ດາວ ທັງເປັນໃນ 10 ແຫຼ່ງທ່ອງທ່ຽວທີ່ເຕັມໄປດ້ວຍທິວທັດທຳມະຊາດທີ່ສວຍງາມທີ່ນັກທ່ອງທ່ຽວປະທັບໃຈຫຼາຍທີ່ສຸດໃນທົ່ວປະເທດຈີນ, ແມ່ນອຸທະຍານປ່າໄມ້ລະດັບສູງ ແລະ ແຫຼ່ງທັດສະນະສຶກສາດ້ານປ້ອງກັນຊາດຂອງແຂວງດັ່ງກ່າວ, ສວນນີ້ຕັ້ງຢູ່ເຂດພູທາງທິດຕາເວັນຕົກສຽງເໜືອເມືອງນ້ອຍປົກຄອງຕົນເອງເຜົ່າແມນຈູູຄ່ວນຕ້ຽນ, ຫ່າງຈາກເທສະບານເມືອງ 59 ກິໂລແມັດແລະຫ່າງຈາກເມືອງຕ່ານຕົ່ງ 155 ກິໂລແມັດ, ຫ່າງຈາກນະຄອນເສີນຢ໋າງ 220 ກິໂລແມັດ.ເບື້ອງທິດຕາເວັນຕົກແມ່ນເມືອງນ້ອຍເປີນຊີ່, ທິດເໜືອຕິດກັບເມືອງ ຮວນເຣີນ, ໄດ້ຮັບນາມມະຍົດວ່າ "ຂຶ້ນພູໜ່ວຍດຽວເຫັນໄດ້ 3 ເມືອງ".


1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ