ໜ່ວຍ​ກຳ​ປັ່ນ 174 ກອງ​ທັບ​ເຮືອ​ຈີນ​ກັບ​ຄືນ​ປະ​ເທດ​ຫຼັງ​ສຳ​ເລັດ​ການ​ຢ້ຽມ​ຢາມ​ຕ່າງ​ປະ​ເທດ
2017-09-26 11:07:17  cri 
ໜ່ວຍ​ກຳ​ປັ່ນ174ກອງ​ທັບ​ເຮືອ​ຈີນ​ທີ່​ປະ​ກອບ​ດ້ວຍ​ກຳ​ປັ່ນ​ໂຈມ​ຕີ​ດ້ວຍລູກ​ສອນ​ໄຟ "ເຫີ​ເຟີຍ", ກຳ​ປັ່ນ​ປ້ອງ​ກັນ​ດ້ວຍ​ລູກ​ສອນ​ໄຟ​ "ຢຸ້ນ​ເສິງ"​ແລະ​ກຳ​ປັ່ນ​ລຳ​ລຽງ "ໂລ້​ມາ​ຫູ"​ໄດ້​ເຂົ້າ​ທຽບ​ທ່າ​ກຳ​ປັ່ນ​ທະ​ຫານ​ຢູ່​ເມືອງ​ຊ່ານ​ຢ້າ​ແຂວງ​ໄຫຫຼຳ​ໃນ​ວັນ​ທີ 25 ກັນ​ຍາ​ນີ້ ຫຼັງ​ສ້າງ​ໄດ້ຫຼາຍ​ຜົນ​ງານຄື ເປັນ​ເທື່ອ​ທຳ​ອິດ​ທີ່ກອງ​ທັບ​ເຮືອ​ຈີນຊ້ອມ​ຮົບ​ຮ່ວມ​ກັບ​ກອງ​ທັບ​ຕ່າງ​ປະ​ເທດ​ຢູ່​ທະ​ເລ​ບານ​ຕິກ​(Baltic Sea), ເປັນ​ເທື່ອ​ທຳ​ອິດ​ທີ່​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ເດີນ​ສວນ​ສະ​ໜາມ​ທາງ​ທະ​ເລ​ເພື່ອ​ສະຫຼອງວັນ​ສ້າງ​ຕັ້ງ​ກອງ​ທັບ​ເຮືອ​ຮັດ​ເຊຍ, ເປັນ​ເທື່ອ​ທຳ​ອິດ​ທີ່​ຢ້ຽມ​ຢາມ​ປະ​ເທດ​ລັດ​ວີ​ແລະ​ອື່ນໆ.

ໜ່ວຍ​ກຳ​ປັ່ນ174ດັ່ງ​ກ່າວ​ອອກ​ເດີນ​ທາງ​ແຕ່​ທ້າຍ​ເດືອນ​ມິ​ຖຸ​ນາ​ຜ່ານ​ມາ​ໂດຍ​ໃຊ້​ເວ​ລາ 100 ວັນ​ຜ່ານ​ໄລ​ຍະກວ່າ 28.000 ​ໄມ​ທະ​ເລ ເຊິ່ງ​ໃນ​ໄລ​ຍະ​ດັ່ງ​ກ່າວ​ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ຝຶກ​ຊ້ອມ​ຕ່າງໆ​ເປັນ​ຕົ້ນການ​ຝຶກ​ຊ້ອມ​ຍິງ​ປືນ​ແທ້​ຈາກ​ກຳ​ປັ່ນ​ໃສ່​ທະ​ເລ, ການ​ຝຶກ​ຊ້ອມ​ຕ້ານ​ໂຈນ​ສະຫຼັດ​ກໍ່​ການ​ຮ້າຍ​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ