ມີ 74 ປະ​ເທດ​ແລະ​ອົງການ​ຈັດຕັ້ງສາກົນລົງ​ນາມ​ຮ່ວມ​ມື "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາ​ງ" ກັບ​ຈີນ​ແລ້ວ
2017-09-26 11:45:06  cri 

ທ່ານ​ລູ້​ຄ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ​ກ່າວ​ໃນ​ພິທີ​ຖະ​ແຫຼງຂ່າວ​ທີ່​ຈັດ​ຂຶ້ນຢູ່​ນະຄອນຫຼວງປັກ​ກິ່ງ​ໃນ​ວັນ​ທີ 25 ກັນຍາ​ນີ້​ວ່າ: ມາ​ຮອດ​ປັດຈຸບັນ ​ມີ 74 ປະ​ເທດ​ແລະ​ອົງການ​ຈັດຕັ້ງສາກົນ ​ໄດ້ລົງ​ນາມຮ່ວມ​ມື "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ກັບ​ຈີນ​ແລ້ວ ​ເຊິ່ງສະ​ແດງ​ໃຫ້​ເຫັນ​ວ່າ ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ນັບມື້​ໄດ້​ຮັບ​ການຕອບ​ຮັບ​​ເປັນຢ່າງດີຫຼາຍຂຶນ ​ແລະ ​ໄດ້​ຮັບ​ການ​ສະໜັບສະໜູນຢ່າງ​ກວ້າງຂວາງ.

ກ່ອນ​ໜ້າ​ນີ້, ທ່ານ​ຫວາງ​ຢີ້ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ​ໄດ້​ຕອບ​ຄຳ​ຖາມ​ທີ່​ກ່ຽວຂ້ອງ​ໃນ​ໂອກາດ​ເຂົ້າຮ່ວມ​ກອງ​ປະຊຸມ​ອະພິປາຍ​ທົ່ວ​ໄປ​ຂອງ​ສະມັດຊາ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ວ່າ: ​ໃນ​ຂະ​ບວນການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ", ຈີນ​ຍຶດໝັ້ນທັດສະນະ "ປຶກສາ​ຫາລື​ຮ່ວມ​ກັນ, ກໍ່ສ້າງ​ຮ່ວມ​ກັນ ​ແລະ ຊົມ​ໃຊ້​ຮ່ວມ​ກັນ" ຢ່າງ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ ​ແລະຮ່ວ​ມກັບປະ​ເທດ​ທີ່ຢູ່​ລຽບ​ຕາມ​ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ​ສຸມ​ໃສ່​ຊຸກຍູ້​ການ​ສ້າງ​ລະບົບ​ກົດ​ລະບຽບ​​ເສດຖະກິດ-ການ​ຄ້າ-ການ​ລົງທຶນ​ສາກົນ​ແບບ​ເປັນ​ທຳ, ສົມ​ເຫດ​ສົມ​ຜົນ ​ແລະ ​ໂປ່​ງ​ໃສ ທັງ​ກ່າວ​ດ້ວຍ​ຄວາມ​ເຊື່ອ​ໝັ້ນວ່າການ​ຮ່ວມ​ມື "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ຈະ​ສຸມ​ພະລັງ​ຊຸກ​ດັນ​ໃໝ່​ເພື່ອ​ການ​ພັດທະນາ​ເສດຖະກິດ​ຂອງ​ພາກ​ພື້ນ ກໍ​ຄື​ຂອງ​ໂລກ ​ແລະ​ຈະ​​ເປັນ​ຜົນ​ດີ​ຕໍ່​ບັນດາ​ປະ​ເທດ​ໃນ​ໂລກ​​ເພື່ອບັນລຸ​ເປົ້າໝາຍ​ການ​ພັດທະນາ​ຮ່ວມ​ກັນ ​ແລະ ຈະ​ເລີ​ນຮຸ່ງ​ເຮືອງ​ຮ່ວມ​ກັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ