ການ​ຝຶກ​ຊ້ອມ​ຮ່ວມລະຫັດ "ຊາ​ຮິນ 6" ກອງທັບ​ອາກາດ​ຈີນ​ແລະ​ປາ​ກິ​ສະຖານ​ສຳ​ເລັດ​ລົງ​ຢ່າງ​ຈົບງາມ
2017-09-26 11:48:02  cri 

ກິດຈະກຳ​ການ​ຝຶກ​ຊ້ອມ​ຮ່ວມລະຫັດ "ຊາ​ຮິນ 6" ລະຫວ່າງ​ກອງທັບ​ອາກາດ​ຈີນ​ແລະ​ປາ​ກິ​ສະຖານ ​ໄດ້ສຳ​ເລັດຢ່າງ​ຈົບງາມ​ແລະຈັດ​ພິທີ​ສະຫຼຸບ​ຢູ່​ສະໜາມ​ບິນ​ແຫ່ງ​ໜຶ່ງ​​ຢູ່ເຂດຊິ່ນ​ຈ່ຽງ ສປ ຈີນ ​ໃນ​ວັນ​ທີ 25 ກັນຍາ​ນີ້ ​ໂດຍ​ຕະຫຼອດ​ໄລຍະການ​ຝຶກ​ຊ້ອມຮ່ວມດັ່ງກ່າວ​​ໄດ້​ເປີດ​ເຜີຍ​ຕໍ່​ສື່​ມວນ​ຊົນ ​ເຊິ່ງ​ໄດ້​ຮັບ​ໝາກຜົນ​ຫຼາຍລາຍການ ລວມທັງ​ການ​ສູ້​ຮົບ​ຕ້ານ​ລັດທິ​ກໍ່​ການ​ຮ້າຍ ​ເປັນຕົ້ນ.

​​ເກືອບ 20 ມື້​ຜ່ານ​ມາ, ກອງທັບ​ອາກາດ​ຈີນ​ແລະ​ປາ​ກິ​ສະຖານ ​ໄດ້​ຝຶກ​ຊ້ອມໂດຍ​ປິ່ນ​ອ້ອມ 4 ວິຊາ​ ​ຄື ການ​ສູ້​ຮົບ​ອາກາດ​ຕໍ່​ອາກາດ​​ໃນ​ທ່າບຸກ​, ການ​ຊ່ວຍ​ໜູນ​ການສູ້​ຮົບ​ໃນ​ໄລຍະ​ໃກ້, ການ​ສູ້​ຮົບ​ອາກາດ​ຕໍ່​ພາກ​ພື້ນ​ດິນ​​ໃນ​ທ່າບຸກ ​ແລະ ການ​ຕ້ານ​ຢັນ​ກັນຢ່າງ​​ເປັນ​ລະບົບລະຫວ່າງກອງທັບ​ຝ່າຍ​ສີ​ແດງ​ແລະ​ຝ່າຍ​ສີຟ້າ ​ໂດຍ​ຍົນ​ຮົບ​ຮຸ່ນ​ຕ່າງໆ​ໄດ້​ບິນ 500 ກວ່າ​ຖ້ຽວ​ລຳ ​ເພື່ອ​ຝຶກ​ຊ້ອມ​ແບບຕ້ານ​ຢັນ​ກັນ​ແຕ່​ຕົ້ນຕະຫຼອດປາຍ ​ແລະ​ສາມາດທົດ​ສອບກໍ​ຄື​ຍົກ​ສູງ​ຂີດ​ຄວາມ​ສາມາດ​ການ​ສູ້​ຮົບ​ຂອງ​ກອງທັບ​ອາກາດ​ສອງ​ປະ​ເທດ.
ທ່ານ​ຈ້າ​ນ​ໂຮ້ວຊຸ້ນ ຜູ້​ບັນຊາ​ການ​ກອງທັບ​ອາກາດ​ເຂດ​ການ​ສູ້​ຮົບ​ພາກ​ຕາ​ເວັນ​ຕົກ​ຈີນ ​ແລະ ທ່ານ​ຮາ​ຊິ​ບ ປີຣາຊາ ຜູ້​ບັນຊາ​ການ​ກອງທັບ​ອາກາດ​ພາກ​ໃຕ້​ປາ​ກິ​ສະຖານ ​ໄດ້​ເຂົ້າຮ່ວມ​ພິທີ​ດັ່ງກ່າວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ