ລະບົບ​ວີ​​ແຊັດ​ປ່ຽນ​ນຳ​ໃຊ້ຮູບເປີດ​ລະບົບ​ໜ້າໃໝ່ທີ່ຖ່າຍ​ໂດຍດາວທຽມ​​ "​ເຟິ່ງຢິນ 4"
2017-09-26 17:05:24  cri 

ລະ​ຫວ່າງວັນ​ທີ 25-28 ກັນຍາ​ນີ້, ຖ້າ​ຜູ້ນຳ​ໃຊ້​ເປີດ​​ນຳ​ໃຊ້ລະບົບວີ​​ແຊັດ ກໍຈະເຫັນ​ພາບທົ່ວ​ປະ​ເທດ​ທີ່​ຖ່າຍ​ໂດຍ​ດາວ​ທຽມ "​ເຟິ່ງຢິນ 4" ​ເຊິ່ງ​ເປັນ​ດາວ​ທຽມອຸຕຸນິຍົມ​ວົງ​ໂຄຈອນ​ທຽບ​ສະຖິດ​ກັບ​ຈັງຫວະ​ໝູນ​ປິ່ນ​ຂອງ​ໜ່ວຍ​ໂລກ​ຮຸ່ນ​ໃໝ່ ​ແລະ​​ເປັນ​ສັນຍານການ​ປ່ຽນ​ນຳ​ໃຊ້​ໜ້າ​ເປີດ​ລະບົບ​ວີ​​ແຊັດ​ເທື່ອ​ທຳ​ອິດ​ໃນ​ຮອບ 6 ປີຜ່ານ​ມາ ​ໂດຍ​ຮູບ​ພາບ​ໜ່ວຍ​ໂລກທີ່ມີ​ມຸມ​ມອງ​ຈາກ​ເທິງ​ອາກາດ​ແຜ່ນດິນ​​ໃຫຍ່​ອາ​ຟຣິກາ ປ່ຽນ​ເປັນ​ມຸມ​ມອງ​ຈາກ​ເທິງ​ອາກາດ​ປະ​ເທດ​ຊາດ. ​ເປັນ​ຫຍັງ​ລະບົບ​ວີ​ແຊັດ​ຈຶ່ງ​ປ່ຽນ​ນຳ​ໃຊ້​ຮູບ​ໃໝ່? ກໍ​ຍ້ອນວ່າ ​ວັນ​ທີ 25 ກັນຍາ​ນີ້,​ ດາວ​ທຽມ "​ເຟິ່ງຢິນ 4" ​ໄດ້​ມອບ​ນຳ​ໃຊ້​ຢ່າງ​ເປັນ​ທາງ​ການ, ຂະນະ​ທີ່​ດາວ​ທຽມ​ໜ່ວຍ​ດັ່ງກ່າວ​ມີຊື່​ເຕັມ​ ຄື ດາວ​ທຽມ "​ເຟິ່ງຢິນ 4" ໜ່ວຍ​ A, ໄດ້​ຖືກ​ຍິງ​​ເຂົ້າສູ່​ວົງ​ໂຄຈອນ​ຈາກ​ຖານ​ສົ່ງ​ດາວ​ທຽມ​ຊີ​ຊ່າງ ສປ ຈີນ​ໃນ​ວັນ​ທີ 11 ທັນວາ​ປີ 2016 ຢ່າງ​ສຳ​ເລັດ​ຜົນ ເຊິ່ງ​ມີ​ຄວາມ​ໝາຍ​ສຳຄັນຫຼາຍຕໍ່​ການ​ຮັບປະກັນ​ໃຫ້​ຈີນ​ສາມາດ​ຕິດຕາມສັງ​ເກດອຸຕຸ​ນິຍົມ​ຈາກ​ວົງ​ໂຄຈອນ​ທຽບ​ສະຖິດ​ຕາມ​ຈັງຫວະ​ໝູນ​ປິ່ນ​ຂອງ​ໜ່ວຍ​ໂລກຢ່າງ​​ຕໍ່​ເນື່ອງ, ​​ເຊື່ອ​ຖືໄດ້ ​ແລະ ໝັ້ນທ່ຽງ ພ້ອມທັງ​ຍົກ​ສູງ​ຖານະ​ແລະ​ອິດ​ທິພົນ​ດ້ານ​ພາລະກິດ​ການບິນ​ອະວະກາດ ​ແລະ ອຸຕຸນິຍົມ ຂອງ​ຈີນ​ໃນ​ສາກົນ​ອີກ​ດ້ວຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ