ກອງ​ກຳ​ປັ່ນ​ຢ້ຽມ​ຢາມ​​ທາງ​ໄກ​ຂອງກອງ​ທັບ​ເຮືອ​ຈີນ​ເດີນ​ທາງ​​ເຖິງບ​ຣູ​ໄນ​​ແລ້ວ
2017-09-26 17:17:24  cri 
ວັນ​ທີ 25 ກັນ​ຍາ​ນີ້, ກອງ​ກຳ​ປັ່ນ​ຢ້ຽມ​ຢາມ​​ທາງ​ໄກ​ຂອງກອງ​ທັບ​ເຮືອ​ຈີນ​ໄດ້​ເດີນ​ທາງ​​ເຖິງ​ທ່າ​ກຳ​ປັ່ນ​ມູ​ອາ​ຣາ​ປະ​ເທດ​ບ​ຣູ​ໄນ​ແລ້ວ​ແລະ​ເປັນ​ການເລີ່ມ​ຢ້ຽມ​ຢາມສັນ​ຖະ​ວະ​ໄມ​ຕີ 3 ວັນ ໂດຍກອງ​ທັບ​ເຮືອບ​ຣູ​ໄນ​ໄດ້​ຈັດ​ພິ​ທີ​ຕ້ອນ​ຮັບ​ຢ່າງ​ສົມ​ກຽດ.

ທ່ານ ເສີນ​ຮ້າວ ຫົວ​ໜ້າ​ກອງ​ບັນ​ຊາ​ການກອງ​ກຳ​ປັ່ນ​ດັ່ງ​ກ່າວປາ​ໄສ​ໃນ​ພິ​ທີ​ດັ່ງ​ກ່າວວ່າ: ການ​ແລ​ກ​ປ່ຽນ​ຢ້ຽມ​ຢາມ​ດ້ວຍໄມ​ຕີ​ຈິດ​ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ເລີ່ມ​​ແຕ່ກ່ອນ​ໜ້າ​ນີ້ 1.500 ກວ່າ​ປີ​ເຊິ່ງມິດ​ຕະ​ພາບ​ອັນ​ເປັນ​ມູນ​ເຊື້ອ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ​ໄດ້​ເສີມ​ຂະ​ຫຍາຍ​ແລະ​ພັດ​ທະ​ນາ​ມາ​ໂດຍ​ຕະ​ຫຼອດ. ການ​ຢ້ຽມ​ຢາມບ​ຣູ​ໄນ​ຂອງກອງ​ກຳ​ປັ່ນ​ຄັ້ງ​ນີ້ ​ເນັ້ນໃຫ້​ສອງ​ຝ່າຍ​ຊ່ວຍ​ເຫຼືອ​,ແລະ​ສາ​ມັກ​ຄີແລະຮ່ວມ​ກັນ​​ເພີ່ມ​ພະ​ລັງ​ໃຫ້​ແກ່​ການເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ຢ່າງ​ປອດ​ໃສ.

ໃນ​ໄລ​​ຍະ​ດັ່ງ​ກ່າວ, ​ສອງ​ຝ່າຍ​ຈະ​ແລກ​ປ່ຽນ​ທັດ​ສະ​ນະ​ຮ່ວມ​ກັນ​ຈັດ​ການ​ຢ້ຽມ​ຢາມ​ຊົມ​ກິດ​ຈະ​ການ​ການ​ຝຶກ​ຊ້ອມ​ຮ່ວມ​ແລະ​ຈັດ​ກິດ​ຈະ​ກຳ​ດ້ານ​ວັດ​ທະ​ນະ​ທຳ,ກິ​ລາ​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ