ທຳ​ມະ​ຊາດ​ຈ່ຽງ​ປູ້​ລ່າ​ເຄີ້​ເມືອງ​ສີ​ຖາຍ​ເຂດ​ຊິນ​ຈ່ຽງ​​ນຸ່ງ "ເຄື່ອງ​ໃນຍ​າມ​ໜາວ"
2017-09-26 16:55:32  cri 

ພາຍ​ຫຼັງ​ກ້າວ​ສູ່​ທ້າຍ​ເດືອນ​ກັນ​ຍາ​ແລ້ວ, ອາ​ກາດ​​ຢູ່ຈ່ຽງ​ປູ້​ລ່າ​ເຄີ້​ເມືອງ​ສີ​ຖາຍ​ເຂດ​ຊິນ​ຈ່ຽງກໍ​ໜາວ​ຂຶ້ນ​ຢ່າງ​​ແຮງ, ​ເຮັດ​ໃຫ້​ທຳ​ມະ​ຊາດ​ເຂດ​ດັ່ງ​ກ່າວ​ກ້າວ​ສູ່​ລະ​ດູ​ໜາວ, ນາເຂົ້າເບວ​ທີ່ກວ້າງ​ຂວາງ​​ແລະ​ມີ​ຊື່​ສຽງ​ດົ່ງ​ດັງ​ກໍ​ໄດ້​ເຂົ້າ​​ສູ່​ບັນ​ຍ​າ​ກາດ​ຂອງ​ຍາມ​ໜາວ, ​ເຊິ່ງ​ມັນມີ​ສະ​ເໜ່​ພິ​ເສດ. ຈ່ຽງ​ປູ້​ລ່າ​ເຄີ້​ແມ່ນ​ພາ​ສາ​ເຜົ່າ​​ກາ​ຊັກ, ​ໝາຍເຖິງ "ແຫຼ່ງ​ນ້ຳ​ສັກ​ສິດ". ທິວ​ທັດ​ທຳ​ມະ​ຊາດ​ຕັ້ງ​ຢູ່​ເມືອງ​ສີ​ຖາຍ​ກິ່ງ​ແຂວງ​​ເຜົ່າ​ຮຸ່ຍ​ຊ່າງ​​ຈີເຂດ​ຊິນ​ຈ່ຽງ​, ຫ່າງ​ຈາກ​ເມືອງ​ອູ​ລຸມ​ກີ້ 195 ກິ​ໂລ​ແມັດ, ແມ່ນ​ໂຕ​ແບບ​​ທີ່​ທິວ​ທັດ​ທຳ​ມະ​ຊາດ​ພູ​ທ່ຽນ​ຊ່ານ, ວັດ​ທະ​ນະ​ທຳທັງ​ຫົ່ງ​ນາແລະ​ເສັ້ນ​ທາງ​ສາຍໄໝ​ບູ​ຮານ​ໄດ້ປະ​ສົມ​ປະ​ສານ​ກັນ​ຢ່າງ​ກົມ​ກຽວ, ແລະ​ກໍຖືກ​ເອີ້ນ​ວ່າ "ທະ​ເລ​ເຂົ້າ​​ເບ​ລຢູ່​ພູ​ທ່ຽນ​ຊ່ານ​ແລະ​ທົ່ງ​ຫຍ້າ​ທາງ​ອາ​ກາດ".

1  2  3  4  5  6  7  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ