ພົບ​ຂຸມ​ຝັງ​ສົບ​ລາ​ຊະ​ວົງ​ຮັ້ນ​ປະ​ມານ 2000 ປີ
2017-09-26 17:06:27  cri 

ໃນ​ເວ​ລາ 18 ໂມງ​ຂອງ​ວັນ​ທີ 24 ກັນ​ຍາ​ນີ້​, ​ຂະ​ນະ​ວາງ​ທໍ່​ລະ​ບາຍນ້ຳ​ເປື້ອ​ນ​ຢູ່​ເມືອງ​ຢີ​ປິ່ນ​ແຂວງ​ເສ​ສວນ, ໄດ້​ພົບ​ຂຸມ​ຝັງ​ສົບ​ບູ​ຮານ​ແລະ​ຫຼັງກວດ​ກາ​ຂອງ​ເຈົ້າ​ໜ້າ​ທີ່​ວັດ​ຖຸ​ບູ​ຮານ​ຈຶ່ງ​ເຫັນ​ວ່າ​​ເປັນ​ຂຸມ​ຝັງ​ສົບ​ໃນ​ລາ​ຊະ​ວົງ​ຮັ້ນ​ທີ່​ຫ່າງ​ຈາກ​​ນີ້​ປະ​ມານ 2000 ປີ, ນອກ​ນີ້​ຍັງ​ພົບ​ວັດ​ຖຸ​ບູ​ຮານ​ອີກ​ຫຼາຍ​ຢ່າງ. ຂ່າວ​ແຈ້ງວ່າ, ເຈົ້າ​ໜ້າ​ທີ່​ວາງ​ທໍ່​ນ້ຳ​ດັ່ງ​ກ່າວ​ຫຼັງ​ພົບ​ເຫັນ​ຂຸມ​ຝັງ​ສົບ​ແລ້ວ​ກໍ​ຢຸດ​ເຮັດ​ວຽກ​ທັນ​ທີ, ແລະ​ໄດ້​ແຈ້ງ​ໃຫ້​ເຈົ້າ​ໜ້າ​ທີ່​ວັດ​ຖຸ​ບູ​ຮານ​ທ້ອງ​ຖິ່ນ​ຊາບ. ປັດ​ຈຸ​ບັນ​ໄດ້​ຮັກ​ສາ​ບໍ​ລິ​ເວນນອກ​ຂຸມ​ຝັງ​ສົບ​ດັ່ງ​ກ່າວ​ເປັນ​ການ​ຊົ່ວ​ຄາວ​ເຊິ່ງ​ຕໍ່​ໜ້າ​ຈະ​ຮັກ​ສາ​ຢ່າງ​ເຂັ້ມ​ງວດ​ແລະ​ຖາ​ວອນ.

1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ