ເຂດ​ປົກຄອງ​ຕົນ​ເອງ​ເຄິດ​ສະຖານ​ອີ​ຣັກ​​ລົງ​ປະຊາ​ມາຕິ​ແຍກ​ເປັນເອກະ​ລາດ
2017-09-26 14:24:13  cri 
ວັນ​ທີ 25 ກັນຍາ​ນີ້, ປະ​ຊາ​ຊົນ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຢູ່​ເຂດ​ປົກຄອງ​ຕົນ​ເອງ​​ເຄິດ​ສະຖານ​ປະ​ເທດ​ອີຣັກ​ໄດ້​ອອກ​ມາ​ລົງ​ຄະ​ແນນ​​ແຍກ​ເປັນ​ເອກະລາດ ​ໂດຍບັນດາ​ໜ່ວຍ​ລົງ​ຄະ​ແນນ​ໄດ້​ເປີດຫີບ​​ຢ່າງ​ເປັນ​ທາງ​ການ​ແຕ່ 8 ​ໂມງ​ຕອນ​ເຊົ້າ​.

ຕາມ​ແຜນການ​​ແລ້ວ ການ​ລົງ​ປະຊາ​ມະຕິ​ນອກຈາກ​ມີແຂວງ​​ເອີບິນ, ​ສຸ​ໄລ​ມະນິຢາ ​ແລະ​ໂດ​ຮັກ​ແລ້ວ, ຍັງ​ມີ​ເຂດ​ຕ່າງໆ​ທີ່ຂຶ້ນ​ກັບ​ການ​ປົກຄອງຂອງ​ເຂດ​​ເຄິດ​ສະຖານ, ​ແຕ່ຕິດ​ບັນຫາຂໍ້​ຂັດ​ແຍ້​ງດ້ານສິດ​ການ​ປົກຄອງ​ກັບ​ລັດຖະບານ​ອີຣັກ.

ຄະນະ​ກຳມະການ​​ເລືອກ​ຕັ້ງເຂດ​​ເຄິດ​ສະຖານຈະ​ປະກາດ​ຜົນ​ການ​ລົງ​ປະຊາ​ມະຕິ​ຫຼັງນັບ​ຄະ​ແນນ​​ໃນ​ບໍ່​ເທົ່າ​​ໃດ​ຊົ່ວ​ໂມງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ