ຣັດ​ເຊຍ​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ທົດ​ລອງ​ຍິງ​ຂີ​ປະ​ນາ​ວຸດ
2017-09-27 15:16:38  cri 
ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຣັດ​ເຊຍອອກ​ຖະ​ແຫຼງ​ການ​ໃນ​ວັນ​ທີ 26 ກັນ​ຍາ​ນີ້​ວ່າ, ​ປະ​ເທດ​ຕົນ​​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ຍິງ​ຂີ​ປະ​ນາ​ວຸດ​ຮຸ່ນ "RS-12M".

​ຖະ​ແຫຼງ​ການ​ດັ່ງ​ກ່າວ​ລະ​ບຸ​ວ່າ, ກອງ​ຮ້ອຍ​ທະ​ຫານ​ລູກ​ສອນ​ໄຟ​ປະ​ເທດ​ຕົນ​ໄດ້​ຍິງ​ຂີ​ປະ​ນາ​ວຸດ​ຮຸ່ນ"RS-12M" ລູກ​ໜຶ່ງ​ຢູ່​ສະ​ໜາມຍິງ​ເປົ້າ​​ລັດ​ອັ​ສ​​ຕ​ຮາ​ຄານ, ໂດຍ​ສາ​ມາດ​ຍິງ​ຖືກ​ເປົ້າ​ໝາຍ​ທີ່​ກຽມ​ໄວ້ຢູ່​ສະ​ໜາມ​ຍິງ​ເປົ້າ​ອີກ​ແຫ່ງ​ໜຶ່ງ​ຢູ່​ກາ​ຊັກ​ສະ​ຖານ. ​ແລະ​ຈຸດ​ປະ​ສົງຂອງ​ການ​ທົດ​ລອງ​ເທື່ອ​ນີ້​​ກໍ​ເພື່ອກວດ​ກາ​ຄວາມ​​ເປັນ​ໄປ​ໄດ້ໃນ​ການ​ປ່ຽນ​​ນຳ​ໃຊ້​ຫົວ​ຮົບ​ຮຸ່ນ​ນີ້​ຢ່າງ​ຫຼວງ​ຫຼາຍ.

ຂີ​ປະ​ນາ​ວຸດ "RS-12M" ສາ​ມາດ​ບັນ​ຈຸ​ຫົວ​ຮົບ​ໄດ້​ແຕ່​ໜຶ່ງ​ຫຼື​ຫຼາຍ​ລູກ, ໂດຍ​ຍັງ​ໄດ້​ໄກກວ່າ 1 ໝື່ນ​ກິ​ໂລ​ແມັດ. ຂີ​ປະ​ນາ​ວຸດ​ຮຸ່ນ​ນີ້​​ພຸ່ງ​ໄວ​ແລະ​ສາ​ມາດ​ປ່ຽນ​ໂຄ​ຈອນ​ການ​ພຸ່ງ​ແລະມີ​ຄວາມ​ສາ​ມາດ​ທະ​ລຸ​ລະ​ບົບ​ປ້ອງ​ກັນ​ຊີ​ປະ​ນາ​ວຸດ​ໄດ້​ດີ​ສົມ​ຄວນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ