ລັດ​ຖະ​ບານ​ອີ​ຣັກຂູ່​ຈະ​ຫ້າມ​ຖ້ຽວ​ບິນ​ສາ​ກົນ​ໄປ​ກັບ​ເຂດເຄີດສະ​ຖານ
2017-09-27 15:18:57  cri 
ລັດ​ຖະ​ບານ​ອີ​ຣັກ​ປະ​ກາດ​ໃນ​ວັນ​ທີ 26 ກັນ​ຍາ​ນີ້​ວ່າ, ເຂດ​ປົກ​ຄອງ​ຕົນ​ເອງ​​ເຄີດສະ​ຖານ​ປະ​ເທດ​ອີ​ຣັກ​ຄວນມອບ​ສິດ​ຄວບ​ຄຸມ​ສະ​ໜາມ​ບິນ​ສາ​ກົນ​ຢູ່​ເຂດ​ເຄີດ​​ສະ​ຖານໃຫ້​ແກ່​ລັດ​ຖະ​ບານ​​ພາຍໃນ​ເວ​ລາ 3 ວັນ, ຖ້າ​ບໍ່​ດັ່ງ​ນັ້ນ, ລັດ​ຖະ​ບານ​ຈະ​ຫ້າມ​ບໍ່​ໃຫ້​ຖ້ຽວ​ບິນ​ສາ​ກົນ​ໄປ​ກັບ​ເຂດເຄີດສະ​ຖານ. ຂ່າວ​ແຈ້ງວ່າ, ເຂດ​ຊາວ​ເຄີດ​ສະ​ຖານ​ມີ​ສະ​ໜາມ​ບິນ​ສາ​ກົນ​ສອງ​ແຫ່ງ, ​ໂດຍ​ໜຶ່ງແຫ່ງ​ຢູ່​ເມືອງ​ເອີ​ບິນ​ແລະ​ອີກ​​ໜຶ່ງແຫ່ງ​ຢູ່​ເມືອງ​ສຸ​ເລມາ​ນີ​ຢາ.

​ຫຼັງເຂດ​ເຄີດ​ສະ​ຖານປະ​ເທດ​ອີ​ຣັກ​ໄດ້​ລົງປະ​ຊາ​ມະ​ຕິ​ແຍກ​ຕົນ​ເອງ​ເປັນ​ເອ​ກະ​ລາດໃນ​ວັນ​ທີ 25 ກັນ​ຍາ​ນີ້. ລັດ​ຖະ​ບານອີ​ຣັກ​ອອກ​ປະ​ກາດ​ຢ່າງ​ຈະ​ແຈ້ງວ່າ​ຈະ​ບໍ່​ຮັບ​ຮອງ​ຜົນ​ການ​ລົງ​ປະ​ຊາ​ມະ​ຕິ, ​ຂະ​ນະ​ທີ່ຕວກ​ກີ, ອີ​ຣານ​ແລະ​ປະ​ເທດ​ອື່ນໆ​ເຊິ່ງ​ເປັນ​ປະ​ເທດ​ໃກ້​ຄຽງ​ຂອງ​ອີ​ຣັກ​ກໍ​ຄັດ​ຄ້ານ​ການ​ລົງປະ​ຊາ​ມະ​ຕິ​ດັ່ງ​ກ່າວ​ເຊັ່ນ​ດຽວ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ