ທຳນຽບ​ປະທານາທິບໍດີ​ຟິລິປິ​ນ​​ຖືກ​ໂຈມ​ຕີ
2017-09-27 16:32:24  cri 
ວັນ​ທີ 26 ກັນຍາ​ນີ້, ທະຫານ​ຮັກສາ​ທຳນຽບ​ປະທານາທິບໍດີ​ຟິລິປິ​ນ​ໄດ້​ອອກ​ຖະ​ແຫຼ​ງການ​ວ່າ: ທຳ​ນຽບ​ປະທານາທິບໍ​ດີໄດ້​ຖືກ​ໂຈມ​ຕີ ​ສົ່ງ​ຜົນເຮັດ​ໃຫ້​​ເຈົ້າໜ້າ​ທີ່​ຮັກສາ​ຄວາມ​ສະຫງົບ​ລະ​ບັດ​ນາຍ​ພັນໜຶ່ງ​ຄົນ​ເສຍ​ຊີວິດ.

​ຖະ​ແຫຼ​ງການລະ​ບູວ່າ: ​ເວລາ 9 ​ໂມງ​ຂອງ​ວັນ​ດັ່ງກ່າວ, ກອງ​ຮັກສາ​ທຳນຽບປະທານາທິບໍດີ​ພົບ​ວ່າ, ນາຍ​ພົນ​ທີ່​ອາຍຸ 37 ປີ​ຜູ້​ນີ້​ເສຍ​ຊີວິດ​ໃນ​ຄ້າຍ​ຫຼັງ​ຖືກ​ລູກປືນ​ຍິງ​ໃສ່​ເອິກ. ​ປັດ​ຈຸ​ບັນ​ນີ້, ​ເຈົ້າ​ໜ້າ​ທີ່​ກ່ຽວຂ້ອງ​ຍັງ​ສືບ​ຫາ​ສາ​ເຫດ​ຂອງ​ການ​ໂຈມ​ຕີ​ດັ່ງກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ