ປະ​ທານ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ພົບ​ປະ​​ກັບຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ
2017-09-27 16:47:33  cri 
    ທ່ານ ຢູ​ເຈີ້ງ​ເຊິ່ງ ປະ​ທານ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົ​ນ​ແຫ່ງ​ຊາດ​ຈີນ ໄດ້​ພົບ​ປະ​ກັບ​ທ່ານ​ນາງ ​ເຈືອງທິ​ຫງອກ​ແ​ອງ ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 26 ກັນ​ຍານີ້.

     ໂອ​ກາດ​ດັ່ງ​ກ່າວ, ທ່ານ ຢູ​ເຈີ້ງ​ເຊິ່ງ​ ກ່າວ​ວ່າ, ຍາມ​ໃດ ຈີນ​ກໍ​ໃຫ້​ຄວາ​ມ​ສຳ​ຄັນ​ຕໍ່​ສາຍ​ພົ​ວ​ພັນ​ກັບ​ຫວຽດ​ນາມ ໂດຍ​ເຫັນ​ໄດ້ນັບ​ແຕ່​ຕົ້ນ​ປີນີ້​​ເປັນ​ຕົ້ນມາ, ຜູ້​ນຳ​ສອງ​ປະ​ເທດ​ໄດ້​ພົບ​ປະ​ກັນຫຼາຍ​ເທື່ອ ​ແລະໄດ້​ກ້າວ​ສູ່ຄວາມ​ເປັນ​ເອ​ກະ​ພາບ​ກັນ​ທີ່​ສຳ​ຄັນ​ກ່ຽວ​ກັບ​ການ​ກຳ​​ແໜ້ນ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​​ມະ​ຫາ​ພາກແລະ​ລົງ​ເລິກ​ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ສອງ​ຝ່າຍ ເຊິ່ງ​ເປັນ​ການ​ຊີ້​ທິດ​ຢ່າງ​ຈະ​ແຈ້ງ​ໃຫ້​ແກ່​ການ​​ເສີມຂະ​ຫຍາຍ​ສາຍ​ພົວ​ພັນ​ສອງ​ຝ່າຍ​ໃນ​ໄລ​ຍະ​ຕໍ່​ໜ້າ. ແນວ​ໃດ​ກໍ​ດີ, ຈີນ​ຍິນ​ດີ​ພະ​ຍາ​ຍາມ​ຮ່ວມ​ກັບ​ຫວຽດ​ນາມ ເພີ່ມ​ທະ​ວີ​ການ​ຕິດ​ຕໍ່​ພົວ​ພັນ​ຍຸດ​ທະ​ສາດ, ລົງ​ເລິກ​ການ​ຮ່ວມ​ມືແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ກັນ​ຢ່າງ​ເໝາະ​ສົມ ແລະ​ຊຸກ​ຍູ້​ສາຍ​ພົວ​ພັນ​ສອງ​ປະ​ເທດ​ໃຫ້​ຂະ​ຫຍາຍ​ຕົວ​ຢ່າງ​ປອດ​ໃສ​ແລະ​ໜັກ​ແໜ້ນ. ຂະ​ນະ​ດຽວ​ກັນ, ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ ກໍ​ຍິນ​ດີ​ເພີ່ມ​ທະ​ວີ​ການ​​ພົວ​ພັນ​ກັບ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ເພື່ອລົງ​ເລິກ​ແລກ​ປ່ຽນ​ບົດ​ຮຽນ​ໃນ​ການ​ເຂົ້າ​ຮ່ວມ​ການ​ປົກ​ຄອງ​ແລະ​ຫາ​ລື​ວຽກ​ງານ​ການ​ເມືອງ ແລະ ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ດີ ເພື່ອ​ຊຸກ​ຍູ້​ສາຍ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື ແລະ ການ​ແລ​ກ​ປ່ຽນ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ.

    ທ່ານ​ນາງ ເຈືອງທິ​ຫງອກ​ແ​ອງ ກ່າວ​ວ່າ, ​ອົງ​ການ​ຕົນ​ຍິນ​ດີ​ເພີ່ມ​ທະ​ວີ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ແລະ​ການ​ຮ່ວມ​ມື​ກັບ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ ເພື່ອ​ຊຸກ​ຍູ້​ສາຍ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານ​ສອງ​ປະ​ເທດ​ໃຫ້​ຂະ​ຫຍາຍ​​ຕົວ​ກ້າວສ​ໜ້າ​ຢ່າງ​ບໍ່​ຢຸດຢັ້ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ