ປະ​ທານ​ກວດ​ກາ​ພັກ​ກອມ​ມູ​ນິດ​ຈີນ​ພົບ​ປະ​ຮອງ​ນາ​ຍົກ​ກຳ​ປູ​ເຈຍ
2017-09-27 16:51:09  cri 
    ທ່ານ ວາງ​ຊີ​ຊ່ານ ກຳ​ມະ​ການ​ປະ​ຈຳ​ກົມ​ການ​ເມືອງ, ​ປະ​ທານ​ຄະ​ນະ​ກວດ​ກາ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ໄດ້​ພົບ​ປະ​ກັບທ່ານ​ນາງ ເມັນ​ຊຳ​ອ​ອັນ ກຳ​ມະ​ການ​ປະ​ຈຳ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ກຳ​ປູ​ເຈຍ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທັງ​ເປັນລັດ​ຖະ​ມົນ​ຕີ​ກະ​ຊວງ​ປະ​ສານ​ງານ​ສະ​ພາ​ແລະ​ກວດ​ກາ​​ກຳ​ປູ​ເຈຍ ຢູ່​ທຳ​ນຽບ​ຈົ່ງ​ນານ​ໄຫ​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 26 ກັນ​ຍານີ້.

    ໂອ​ກາດ​ດັ່ງ​ກ່າວ, ທ່ານ ວາງ​ຊີ​ຊ່ານ ກ່າວ​ວ່າ, ໄລ​ຍະ 5 ປີ​ນັບ​ແຕ່ກອງ​ປ​ະ​ຊຸມ​ໃຫຍ່​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 18 ເປັນ​ຕົ້ນ​ມາ ເປັນ​ໄລ​ຍະ​ທີ່​ປະ​ຊາ​ຊົນ​ຈີນ​ທົ່ວ​ປະ​ເທດ​ບຸກ​ບືນ​ກ້າວ​ໜ້າ ພາຍ​ໃຕ້​ການ​ນຳ​ພາ​ຂອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ໂດຍ​ແມ່ນ​ທ່ານ ສີ​ຈິ້ນ​ຜິງ ເປັນ​ແກນ​ກາງ ເຊິ່ງ​ໃນ​ໄລ​ຍະ​ດັ່ງ​ກ່າວ, ພາ​ລະ​ກິດ​ຕ່າງໆ​ຂອງ​ພັກ​ແລະ​ລັດ ໄດ້​ມີ​ການ​ປ່ຽນ​ແປງ​ຄັ້ງ​ປະ​ຫວັດ​ສາດ ແລະ​ ໄດ້​ຮັບຜົນ​ງານ​ຢ່າງ​ສະ​ຫງ່າ​ຜ່າ​ເຜີຍ, ຂະ​ນະ​ດຽວ​ກັນ, ປະ​ຊາ​ຊົນ​ຈີນ ຍິ່ງ​ເຊື່ອ​ໝັ້ນ​ວ່າ, ຕ້ອງ​ໄດ້​ເດັດ​ດ່ຽວສືບ​ຕໍ່​ການ​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິດ​ຈີນ ແລະ ຕ້ອງ​ເດີນ​ຕາມ​ເສັ້ນ​ທາງ​ສັງ​ຄົມ​ນິ​ຍົມ​ທີ່​ມີ​​ສີ​ສັນ​ພິ​ເສດ​ຂອງ​ຈີນ.

    ທ່ານນາງ ເມັນ​ຊຳອ​ອັນ ໄດ້​ຊົມ​ເຊີຍ​​ຜົນ​ງານ​ໃຫຍ່ຫຼວງໃນພາ​ລະ​ກິດ​ສ້າງ​ສັງ​ຄົມ​ນິ​ຍົມ ແລະ ການກໍ່​ສ້າງ​ພັກ​ຂອງ​ຈີນ ແລະ​ຫວັງ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ ແລະ ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ກວດກາ ແລະ ກວດ​ສອບ, ທັງ​ສືບ​ທອດ​ແລະ​​ເສີມຂະ​ຫຍາຍ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ລະ​ຫວ່າງ​ກຳ​ປູ​ເຈຍ​​ແລະ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ