ພູ​ໄຟ​​ຢູ່ເກາະ​ບາ​ລີ​​ອາດ​ຈະ​ລະ​ເບີດ
2017-09-27 16:52:50  cri 
     ທ່ານ ຊູ​ໂຕ​ໂປ ໂຄ​ສົກ​ອົງ​ການ​ຕ້ານ​ໄພ​ອິນ​ໂດ​ເນ​ເຊຍ ກ່າວ​ໃນ​ວັນ​ທີ 26 ກັນ​ຍານີ້​ວ່າ, ຫວ່າງມໍ່ໆ​ນີ້, ພູ​ໄຟ​ອາ​ກູງ​ຢູ່​ເກາະ​ບາ​ລີ​ປະ​ເທດ​ຕົນ ໄດ້ປະ​ທຸ​ຢ່າງ​ຮຸນ​ແຮງ ເຊິ່ງ​ມີ​ຄວາມ​ເປັນ​ໄປ​ໄດ້ທີ່​ຈະ​ລະ​ເບີດ​​ເພີ່ມ​ຂຶ້ນ. ຈາກນີ້ ຈຶ່ງ​ໄດ້​ຍົກ​ຍ້າຍ​ປະ​ຊາ​ຊົນຫຼາຍກວ່າ 57.000 ຄົນ​ໄປ​ຢູ່​ບ່ອນ​ປອດ​ໄພ​ຢ່າງ​ສຸກ​ເສີນ.

    ທ່ານ ຊູ​ໂຕ​ໂປ ກ່າວ​ໃນ​ການ​ຖະ​ແຫຼງ​ຂ່າວມື້​ດຽວ​ກັນ​ວ່າ, ປັດ​ຈຸ​ບັນ, ຍັງ​ບໍ່​ຮູ້​ເວ​ລາ​ລະ​ອຽດ​ການ​ລະ​ເບີດ​ຂອງ​ພູ​ໄຟ​ ແລະ ການປະ​ທຸຂອງ​ພູ​ໄຟ​ດັ່ງ​ກ່າວ ກໍ​ບໍ່​ໄດ້​ສ້າງ​ຄວາມ​ສ່ຽງ​ໂດຍ​ກົງ​ຕໍ່​ນັກ​ທ່ອງ​ທ່ຽວ​ຢູ່ນອກ​ເຂດ​ຍົກ​ຍ້າຍ.

    ທ່ານ ຊູ​ໂຕ​ໂປ ຍັງ​ຊີ້​ໃຫ້​ເຫັນ​ວ່າ, ເຂດ​ຍົກ​ຍ້າຍ​ ​ໝາຍເຖິງ​ເຂດທີ່​ຫ່າງ​ຈາກ​ປາກ​ພູ​ໄຟໃນ​ວົງ​ລັດ​ສະ​ໝີ 9-12 ກິ​ໂລ​ແມັດ, ປະ​ຊາ​ຊົນ​ໃນ​ເຂດນີ້​ ໄດ້​ຖືກຍົກ​ຍ້າຍ​ໄປ​ບ່ອນ​ປອດ​ໄພ​ຊົ່ວ​ຄາວ​ຕ່າງໆ ເປັນ​ຕົ້ນ: ສະ​ໜາມ​ກິ​ລາ, ​ເດີ່ນ​ບ້ານ ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ