ໄຊ​ນາ​ເຊົາ​ເທິນ​ແອ​ລາຍ​ເປີດ​ເສັ້ນ​ທາງ​ການ​ເບິນ ກວາງ​ໂຈ່ວ - ວຽງ​ຈັນ
2017-09-28 11:18:18  cri 


ປັດ​ຈຸ​ບັນ, ບໍ​ລິ​ສັດ​ການ​ບິນ​ໄຊ​ນາ​ເຊົາ​ເທິນ​ມີ​ເຮືອ​ບິນ​ຫຼາຍກວ່າ 700 ລຳ ແລະ​ເປັນ​ບໍ​ລິ​ສັດ​ໃຫຍ່ກວ່າ​ໝູ່​ໃນ​ອາ​ຊີ​ແລະ​ເປັນ​ທີ 4 ຂອງ​ໂລກ. ຜ່ານ​ມາ​ໄດ້​ເປີດ​ເສັ້ນ​ທາງ​ການ​ບິນ​ກັບ​ຫຼາຍ​ປະ​ເທດ​ແລະ​ສຳ​ລັບ ສ​ປ​ປ ລາວ​ແລ້ວ,ບໍ​ລິ​ສັດ​ດັ່ງ​ກ່າວ​ໄດ້​ເປີດ​ເສັ້ນ​ທາງ​ບິນກວາງ​ໂຈ່ວ - ວຽງ​ຈັນ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 27 ກັນ​ຍາ​ນີ້​ດ້ວຍ​ຖ້ຽວ​ບິນ CZ 6091/6092 ແລະ​ບິນ 3 ມື້​ຕໍ່​ອາ​ທິດ​ຄື​ວັນ​ພຸດ, ວັນ​ສຸກ​ແລະ​ວັນ​ອາ​ທິດ. ໂດຍ​ຕາມ​ຕາ​ຕະ​ລາງ​ການ​ບິນ​ຈະ​ອອກ​ເດີນ​ທາງ​ຈາກກວາງ​ໂຈ່ວ​ເວ​ລາ 16:30 ໂມງ​ ເຖິງ​ນະ​ຄອນ​ຫຼວງ 18:10 ໂມງ ແລະ ນະ​ຄອນ​ຫຼວງວຽງ​ຈັນ 19:10 ໂມງ​ ເຖິງກວາງ​ໂຈ່ວ​ເວ​ລາ 22:25 ໂມງ.


ການ​ເປີດ​ເສັ້ນ​ທາງ​ການ​ບິນກວາງ​ໂຈ່ວ-ວຽງ​ຈັນ​ຂອງ​ສາຍ​ການ​ບິນ​ໄຊ​ນາ​ເຊົາ​ເທິນ​ເທື່ອ​ນີ້​ເປັນ​ໜຶ່ງ​ໃນ​ໂຄງ​ການ​ສຳ​ຄັນ​ໃນ​ຍຸດ​ທະ​ສາດ​ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ ເຊິ່ງ​ອຳ​ນວຍ​ຄວາມ​ສະ​ດວກ​ໃນ​ການ​ໄປ​ມາ​ຂອງ​ປະ​ຊາ​ຊົນ​ສອງ​ຊາດ​ລາວຈີນ​ກໍ​ຄື​ການ​ພົວ​ພັນ​ການ​ຄ້າ,ການ​ລົງ​ທຶນ ແລະ​ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ເຊິ່ງ​ກັນ​ແລະ​ກັນ​ໃຫ້​ວ່ອງ​ໄວ ແລະ ໄດ້​ຮັບ​ການ​ບໍ​ລິ​ການ​ທີ່​ມີ​ຄຸນ​ນະ​ພາບ, ສ້າງ​ເປັນ​ຂົວ​ຕໍ່​ແຫ່ງ​ມິດ​ຕະ​ພາບ​ຂອງ​ສອງ​ປະ​ເທດ.

ຫຼັງ​ຈາກ​ເປີດ​ເສັ້ນ​ທາງ​ການ​ບິນ​ດັ່ງ​ກ່າວ​ນີ້​ແລ້ວ, ຜູ້​ໂດຍ​ສານ​ຈາກ​ປະ​ເທດ​ລາວ​ຈະ​ໄດ້​ຮັບ​ການ​ບໍ​ລິ​ການ​ທີ່​ວ່ອງ​ໄວ, ທັນ​ສະ​ໄໝ​ໃນ​ການ​ປ່ຽນ​ເຮືອ​ບິນ​ເພື່ອ​ເດີນ​ທາງ​ຕໍ່​ໄປ​ແຕ່​ລະ​ເຂດ​ແຂວງ​ຂອງ​ຈີນ ແລະ​ທະ​ວີບ​ເອີ​ລົບ, ອາ​ເມ​ລິ​ກາ, ໂອ​ຊີ​ອາ​ນີ ແລະ ຍີ່​ປຸ່ນ, ສ.ເກົາ​ຫຼີ ອື່ນໆ. ຂະ​ນະ​ທີ່​ເຄື່ອງ​ຂອງ​ຜູ້​ໂດຍ​ສານ​ທີ່​ປ່ຽນ​ເຮືອ​ຢູ່ກວາງ​ໂຈ່ວ​ກໍ​ສາ​ມາດ​ສົ່ງ​ໄປ​ເຖິງ​ປະ​ເທດ​ປາຍ​ທາງ​ໄດ້​ໂດຍ​ບໍ່​ຈຳ​ເປັນ​ຖ້າ​ຮັບ​ເອົາ​ຫີບ​ເຄື່ອງ​ຢູ່​ລະ​ຫວ່າງ​ທາງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ