ລັດ​ຖະ​ມົນ​ຕີ​​ກະ​ຊວງການ​ຕ່າງ​ປະ​ເທດ​ຈີນ​ແລະ​ຊອກ​ດາ​ນີ​​ພົບ​ປະ​ກັນ
2017-09-28 16:24:16  cri 
​ວັນ​ທີ 27 ກັນ​ຍາ​ນີ້​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ສ​ປ ຈີນ, ທ່ານ​ຫວາງ​ຢີ້ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ ອາ​ມັນ ​ຊາ​ຟາ​ດີ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ແລະ​ວຽກ​ງານ​ຊາວ​ຊອກ​ດາ​ນີ​ຕ່າງ​ດ້າວ​ປະ​ເທດ​ຊອກ​ດາ​ນີ.

​ໃນ​ໂອ​ກາດ​ດັ່ງ​ກ່າວ, ທ່ານ​ຫວາງ​ຢີ້ໄດ້​ກ່າວ​ວ່າ, ປະ​ເທດ​ຕົນ​ຍິນ​ດີ​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ຕ່າງໆ​ພາຍ​ໃຕ້​ຂອບ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ", ​ທັງ​ສະ​ໜັບ​ສະ​ໜູນ​ຊອກ​ດາ​ນີ​ເສີມ​ຂະ​ຫຍາຍ​ບົດ​ບາດ​​ໃນ​ວຽກ​ງານ​ພາກ​ພື້ນຫຼາຍກວ່າ​ເກົ່າ, ຂະ​ນະ​ທີ່​ກ່ອນ​ໜ້າ​ນີ້​ບໍ່​ດົນ, ຊອກ​ດາ​ນີ​ໄດ້​ສັ່ງ​ໃຫ້​ເກາະ​ໄຕ້​ຫວັນ​ຂອງ​ຈີນ​ປ່ຽນ​ຊື່​​ອົງ​ການຂອງ​ຕົນ​ປະ​ຈຳ​ຊອກ​ດາ​ນີ​​ເພື່ອ​ປະ​ຕິ​ບັດ​ຕາມ​ນະ​ໂຍ​ບາຍປະ​ເທດ​ຈີນ​ດຽວ, ​ເຊິ່ງ​ເລື່ອງ​ນີ້ຈີນ​ສະ​ແດງ​ຄວາມ​ຊົມ​ເຊີຍ​ເປັນ​ຢ່າງ​ຍິ່ງ.

ທ່ານ​ຊາ​ຟາ​ດີ​ກໍ ກ່າວ​ວ່າ, ປະ​ເທດ​ຕົນ​ຫວັງ​ວ່າ​ຈີນ​​ຈະ​ເສີມ​ຂ​ະ​ຫຍາຍ​ບົດ​ບາດ​​ແກ້​ໄຂວິ​ກິດ​ການ​ເຂດ​ຕາ​ເວັນ​ອອກ​ກາງ​ແລະ​ຊຸກ​ຍູ້​ການ​ພັ​ດ​ທະ​ນາ​ໃນ​ພາກ​ພື້ນ​ຫຼາຍກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ