ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​​ພະ​ລັງ​ງານ​ອາ​ຊຽນ​ຮຽກ​ຮ້ອງ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ເພື່ອ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ
2017-09-28 16:27:19  cri 
ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​​ພະ​ລັງ​ງານ​ອາ​ຊຽນ​ຄັ້ງ​ທີ 35 ໄດ້ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ມ​ະ​ນີ​ລາ​ປະ​ເທດ​ຟີ​ລິບ​ປີນ​ໃນ​ວັນ​ທີ 27 ກັນ​ຍາ​ນີ້.

ທ່ານ​ອາ​​ນຟົນ​ໂຊ ກູຊິ ລັດ​ຖະ​ມົນ​ຕີ​ກະ​ຊວງ​ພະ​ລັງ​ງານ​ຟີ​ລິບ​ປີນ​ກ່າວ​ໃນ​ພິ​ທີ​ໄຂ​ປະ​ຊຸມ​ວ່າ, ປັດ​ຈຸ​ບັນ​ສະ​ພາບ​ພະ​ລັງ​ງານ​ຂອງ​ໂລກ​ໄດ້​ມີ​ການ​ປ່ຽນ​ແປງ​ໃຫຍ່, ພະ​ລັງ​ງານ​ທົ່ວ​ໄປ​ກຳ​ລັງ​ຫັນ​ເປັນ​ພະ​ລັງ​ງານ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ. ແລະ​ໃນຕໍ່​ໜ້າ, ຈະເຮັດ​ແນວ​ໃດ​ເຮັດ​ໃຫ້​ຂະ​ແໜງ​ການ​ພະ​ລັງ​ງານ​ໃໝ່​​ຫຼຸດພົ້ນອອກ​ຈາກ​ການ​ອຸດ​ໜູນ​ຈາກ​ລັດ​ຖະ​ບານ​ເພື່ອ​ກ້າວ​ມາ​ສູ່​ການ​ດຶງ​ດູດ​ການ​ລົງ​ທຶນ, ແລະ​ກາຍ​ເປັນ​ຂະ​ແໜງ​ການ​ທຸ​ລະ​ກິດທີ່​ມີ​ການ​ພັດ​ທະ​ນາ​ຢ່າງ​ຕໍ່​ເນື່ອງ​ແມ່ນ​ການ​ທ້າ​ທາຍ​ທີ່​ປະ​ເທດ​ຕ່າງໆ​ໃນ​ໂລກ​ຜະ​ເຊີນ​ໜ້າ.

ທ່ານ​ກູຊິ​ກ່າວ​ວ່າ, ໃນ​ຂົງ​ເຂດ​ພະ​ລັງ​ງານ​ທົ່ວ​ໄປ, ທະ​ວີບ​ອາ​ຊີ​ມີ​ຄວາມ​ຕ້ອງ​ການ​ອາຍ​ແກັສທຳ​ມະ​ຊາດ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ, ໄດ້​ຫັນຈາກ​ເຂດ​ສົ່ງ​ອອກ​ອາຍ​ແກັ​ສ​ທຳ​ມະ​ຊາດ​​ເປັນ​ເຂດ​ນຳ​ເຂົ້າ; ອາ​ເມ​ລິ​ກາ​ກາຍ​ເປັນ​ປະ​ເທດ​ໃຫຍ່​ທີ່​ສົ່ງ​ອອກ​ອາຍ​ແກັ​ສ​ທຳ​ມະ​ຊາດ​ຍ້ອນ​ການ​ປະ​ຕິ​ວັດອາຍ​ແກັສ​​ໃນ​ຊັ້ນ​ຫີນເຊິ່ງ​ມັນ​ຈະ​ສົ່ງຜົນ​ສະ​ທ້ອນ​ຢ່າງ​ໃຫຍ່​ຫຼວງ​ຕໍ່​ຕະ​ຫຼາດ​ພະ​ລັງ​ງານ​ໂລກ. ​ຈາກ​ນັ້ນ​, ບັນ​ດາ​ປະ​ເທດ​ໃນ​ອາ​ຊຽນ​ຄວນ​ຮ່ວມ​ມື​ແລະ​ປະ​ສານ​ສົມ​ທົບ​ກັນ, ເພື່ອ​ຮັບ​ປະ​ກັນ​ຄວາມ​​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ​ໃນ​ອະ​ນາ​ຄົດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ