ສຳ​ເລັດ​ການ​ກໍ່​ສ້າງສະ​ຖາ​ນີ​ໂທ​ລະ​ພາບ​ແຫ່ງ​ທຳ​ອິດ​ທີ່​ຈີນ​ແລະ​ກຳ​ປູ​ເຈຍ​ຮ່ວມທຶນ​​ຢູ່​ພະ​ນົມ​ເປັນ​ແລ້ວ
2017-09-28 16:37:04  cri 
ຕາມ​ຂ່າວ CRI: ສະ​ຖາ​ນີ​ໂທ​ລະ​ພາບ Nice TV ທີ່​ກະ​ຊວງ​ພາຍ​ໃນ​ກຳ​ປູ​ເຈຍ​ແລະ​ກຸ່ມ​ບໍ​ລິ​ສັດ​ການ​ລົງ​ທຶ​ນ​ວັດ​ທະ​ນະ​ທຳ​ຊິນຢິງ​ສຽງ​ກວາງ​ຊີ​ຈີນ​ຮ່ວມ​ກັນ​ລົງ​ທຶນ​ນັ້ນ​ໄດ້​ຈັດ​ພິ​ທີ​ຊົມ​ເຊີຍ​ຜົນ​ສຳ​ເລັດ​ການ​ກໍ່​ສ້າງ​ຢູ່​ພະ​ນົມ​ເປັນ​ໃນ​ວັນ​ທີ 27 ກັນ​ຍາ​ນີ້.

ທ່ານ​ຊາ​ເຄັງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ​ກຳ​ປູ​ເຈຍ​ກ່າວໃນ​ພິ​ທີ​ດັ່ງ​ກ່າວ​ວ່າ, ​ຜົນ​ສຳ​ເລັດ​ໃນ​ການ​ກໍ່​ສ້າງ​​ສະ​ຖາ​ນີ​ໂທ​ລະ​ພາບ Nice TV ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ປ​າ​ຖະ​ໜາອັນ​ແຮງ​ກ້າ​ທີ່​ສື່ມວນ​ຊົນ​ສອງ​ປະ​ເທດ​ໄດ້​ຮ່ວມ​ມື​​ກັນ​ມາ​ຢ່າງຍາວ​ນານ​ໃນ​ຂົງ​ເຂດ​ໂທ​ລະ​ພາບ, ​ແລະໃນ​ຖາ​ນະ​ເປັນ​ສະ​ຖາ​ນີ​ໂທ​ລະ​ພາບ​ຮ່ວມ​ມື​ລະ​ຫວ່າງ​ຈີນ-ກຳ​ປູ​ເຈຍ​ແຫ່ງ​ທຳ​ອິດ, ສະ​ຖາ​ນີ​ໂທ​ລະ​ພາບ​ນີ້​ບໍ່​ພຽງ​ແຕ່​ຈະ​ກະ​ຈາຍ​ຂໍ້​ມູນ​ຂ່າວ​ສານ​​ໄດ້​ຢ່າງ​ວ່ອງ​ໄວ​ແລະ​​ເປັນຈິງ​ໃຫ້​ແກ່​ປະ​ຊາ​ຊົນ​ກຳ​ປູ​ເຈຍ​ເທົ່າ​ນັ້ນ, ຫາກຍັງ​ຈະ​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ໃນ​ການ​​ກະ​ຈາຍ​ຂໍ້​ມູນ​ດ້ານ​ກົດ​ໝາຍ, ຄວາມ​ປອດ​ໄພ​ແລະ​ອື່ນໆ, ​ແລະນີ້​ແມ່ນ​ສັນ​ຍະ​ລັກ​ໜຶ່ງ​ທີ່​ສອງ​ປະ​ເທດ​ໄດ້​ຮ່ວມ​ມື​ທີ່​ດີ​ງາມໃນ​ຂົງ​ເຂດ​ສື່ມວນ​ຊົນ​ແລະ​ວັດ​ທະ​ນະ​ທຳ.

ສະ​ຖາ​ນີ​ໂທ​ລະ​ພາບ Nice TV ເລີ່ມ​​ທົດລອງ​ອອກ​ອາ​ກາດ​ໃນ​ເດືອນ​ເມ​ສາ​ 2017 ເປັນ​ຕົ້ນ​ມາ, ແລະ​ອອກ​ອາກ​າດ​​ຕະ​ຫຼອດ 24 ຊົ່ວ​ໂມງ​ດ້ວຍ​ພາ​ສາ​ກຳ​ປູ​ເຈຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ