ໝີ​ແພນດາ​ຈີນ "​ໄສ​​ເທົາ" ກັບ "ຮູ​ຊູ່​ນ" ຈະ​ດຳລົງ​ຊີວິດຢູ່​ອິນ​ໂດ​​ເນເຊຍ
2017-09-28 14:21:25  cri 

ໝີ​ແພນ​ດາ "​ໄສ​ເທົາ" ກັບ "ຮູ​ຊູ່​ນ" ຈາກສູນຄົ້ນຄວ້າອານຸລັກໝີ​​ແພນ​ດາ​ຈີນ​​ທີ່​ປັດຈຸບັນອາຍຸ 7 ປີ​ແລ້ວ, ພວກ​ມັນ​ຈະ​ໄປ​ອິນ​​ໂດ​ເນ​ເຊຍດ້ວຍ​ຈຸດປະສົງ​ເພື່ອ​ການ​ຮ່ວມ​ມື​ຄົ້ນຄວ້າ​ເປັນ​ເວລາ 10 ປີ ​ແລະ​ໃນຕອນບ່າຍ​ວັນ​ທີ 27 ກັນຍາ​ນີ້ ຢູ່​ສູນ​ດັ່ງກ່າວ, ພະ​ນັກ​ງານ​​ໄດ້ຈັດ​ພິທີສົ່ງ​ໂດຍຄາດ​ວ່າ​ໃນ​ເວລາ 4:10 ​ໂມງຂອງວັນ​ທີ 28 ກັນຍາ​ນີ້, ຈະ​ສົ່ງ​ໄປ​ເຖິງ​ນະຄອນຫຼວງຈາ​ກາ​ຕາ​ອິນ​ໂດ​ເນ​ເຊຍ.

ນີ້​ແມ່ນ​ການ​ເດີນທາງ​ໄປ​ດຳລົງ​ຊີວິດ​ຢູ່​ອິນ​​ໂດ​​ເນ​ເຊຍ​ເປັນ​ຄັ້ງ​ທຳ​ອິດ ​ແລະ​ເພື່ອ​ຕ້ອນຮັບ "​ໄສ​ເທົາ" ກັບ "ຮູ​ຊູ່​ນ", ສວນສັດ​​ອິນ​ໂດ​​ເນເຊຍ​ໄດ້​ກໍ່ສ້າງ​ຫໍ​ໝີ​​ແພນ​ດາ​ໃໝ່​​​ໃນ​ເນື້ອ​ທີ່ 4800 ຕາ​ແມັດ ​​ໂດຍໃຊ້​​ເວລາ 3 ປີ, ​ໃນ​ນີ້ ​ໄດ້ສ້າງ​ເສັ້ນທາງ​ເຖິງ​ຈອມ​ພູ​ເປັນ​ເວລາ 1 ປີ, ​​​ການສ້າງ​ຫໍ​ໝີ​​ແພນ​ດາ​ຢູ່​ຈອມ​ພູ​ສູງກວ່າ 1700 ​ແມັດ​ກໍ​ເພື່ອ​​ໃຫ້​ມີ​ສະພາບ​ແວດ​ລ້ອມຄ້າຍຄື​ກັນ​ກັບຢູ່​ບ້ານ​ເກີດ​ເມືອງ​ນອນ​ຂອງ "​ໄສ​ເທົາ" ​ແລະ "ຮູ​ຊູ່​ນ".

1  2  3  4  5  6  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ