ພັກ​ສະຫະພັນ​ປະຊາທິປະ​ໄຕ​ຊາວເຄິດ​​ຊີຣີບໍ່​ເຫັນ​ດີ​ແຍກ​ປະ​ເທດ​
2017-09-28 14:48:01  cri 
ວັນ​ທີ 27 ກັນຍາ​ນີ້, ສື່​ມວນ​ຊົນ​ຊີຣີລາຍ​ງານ​ໂດຍ​ອ້າງ​ຕາ​​ມ​ຄຳ​ເຫັນ​ຂອງ​ທ່ານ​ຊາ​ເລ ມຸສລິ​ມ ຫົວໜ້າ​ພັກ​ສະຫະພັນ​ປະຊາທິປະ​ໄຕ​ຊາວເຄິດ​ຊີຣີວ່າ: ປະຊາຊົນ​ເຄິດ​ຊີຣີຄັດຄ້ານ​ການ​ແບ່ງ​ແຍກ​ປະ​ເທດ​ຊາດ​ມາ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ ທັງຫວັງ​​ໃຫ້ຣັກສາລະບອບ​ສະຫະພາບ ​ແລະ​ຍິນ​ດີ​ປຶກສາ​ຫາລື​ກັບ​ລັດ​ຖະບານຊີຣີ.

​ຊີຣີມີປະຊາກອນ​ເຄິດ​ກວມປະມານ 10% ຂອງ​ປະຊາກອນທັງ​ໝົດ​ໂດຍ​ຕົ້ນຕໍ​ແຈກ​ຢາຍຢູ່​​ເຂດ​ພາກ​ເໜືອ​ຊີຣີ ​ທີ່​ມີ​ຊາຍ​​ແດນ​ຕິດ​ກັບ​ອີຣັກ ​ແລະ​ຕວກກີ ​ແລະ​ເມື່ອມໍ່ໆ​ມາ​ນີ້, ກຳລັງ​ປະກອບ​ອາວຸດຊາວ​ເຄິດ​​​ໄດ້​ກາຍ​ເປັນ​ກຳລັງສຳຄັນ​ໃນ​ການ​ຕໍ່ຕ້ານກຸ່ມ IS ​ແລະ​ສາມາດ​ຄວບ​ຄຸມ​ເຂດ​ແຄວ້ນ​ສ່ວນຫຼາຍ​ຢູ່ພາກ​ເໜືອ​ຊີຣີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ