ສານ​ດີ​ກາ​ໄທ​ຕັດ​ສິນ​ຕັດ​ອິດ​ສະ​ຫຼະ​ພາບ 5 ປີ​ຕໍ່​ທ່ານ​ນາງ​ຍິ່ງ​ລັກ
2017-09-28 16:20:23  cri 
      ສານ​ດີ​ກາ​ພະ​ແນກ​ຄະ​ດີ​ອາ​ຍາ​ຂອງ​ຜູ້​ດຳ​ລົງ​ຕຳ​ແໜ່ງ​ທາງ​ການ​ເມືອງໄທ ໄດ້​ຕັດ​ສິນ​ຕັດ​ອິດ​ສະຫຼະ​ພາບ​ລັບຫຼັງ​ທ່ານ​ນາງ ຍິ່ງ​ລັກ ຊິນ​ນະ​ວັດ ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຕິດ​ຄຸກ 5 ປີ​ດ້ວຍ​ໂທດປະ​ລະ​ໜ້າ​ທີ່, ປ່ອຍ​ໃຫ້​ມີການ​ສໍ້​ລາດ​ບັງຫຼວງ ແລະ​​ອື່ນໆໃນ​ວັນ​ທີ 27 ກັນ​ຍານີ້.

    ຕາມ​ລັດ​ຖະ​ທຳ​ມະ​ນູນໄທ​ສະ​ບັບ​ປັດ​ຈຸ​ບັນ​, ຫຼັງ​ຈາກ​ສານ​ດີ​ກາ​ຕັດ​ສິນ​ຄະ​ດີ​ອາ​ຍາ​ຂອງ​ນັກ​ການ​ເມືອງ​ແລ້ວ, ຈຳ​ເລີຍ​ສາ​ມາດ​ອຸ​ທອນ​ຕໍ່​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຂອງ​ສານ​ໄດ້​ພາຍ​ໃນ 30 ວັນ. ແນວ​ໃດ​ກໍ​ດີ, ທະ​ນາຍ​ຄວາມ​ຂອງ​ທ່ານ​ນາງ ຍິ່ງ​ລັກ ໄດ້​​ກ່າວຫຼັງ​ຕັດ​ສິນ​ວ່າ, ປັດ​ຈຸ​ບັນ, ຍັງ​ຕ້ອງ​ສືບ​ຕໍ່​ສຶກ​ສາ​ລາຍ​ລະ​ອຽດ​ຂອງ​ຄຳ​ພິ​ພາກ​ສາ​ຂອງ​ສານ​ດັ່ງ​ກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ