ຟິ​ລິບ​ປິນ​ຢືນ​ຢັນພາຍ​ໃນ​ສາມມື້ ​ຈະ​ສິ້ນ​ສຸດ​ການ​ສູ້​ຮົບ​ມາ​ລາ​ວີ​ອາດ
2017-09-28 16:24:32  cri 
    ທ່ານ ແດນ​ຟິນ ໂລ​ເຣັນ​​ຊາ​ນາ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຟິ​ລິບ​ປິນ​ກ່າວ​ໃນ​ວັນ​ທີ 27 ກັນ​ຍານີ້​ວ່າ, ກອງ​ທັບ​ລັດ​ຖະ​ບານ​ອາດ​ຈະ​ດັບ​ສູນ​ກຸ່ມ​ປະ​ກອບ​ອາ​ວຸດ​ທີ່​ຍັງ​ດື້​ດ້ານ​ຢູ່​ເມືອງ​ມາ​ລາ​ວີ​ພາຍ​ໃນ​ສາມມື້ ແລະ​ຈະ​ເປັນ​ການ​ສິ້ນ​ສຸດ​ການ​ສູ້​ຮົບ​ທີ່​ໄດ້​ຍືດ​ເຍື້ອ​ມາ​ເປັນ​ເວ​ລາ 4 ເດືອນ​ຢູ່​ເມືອງ​ດັ່ງ​ກ່າວ.

    ທ່ານ ໂລ​ເຣັນ​​ຊາ​ນາ ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ຢູ່​ນະ​ຄອນຫຼວງ​ມະ​ນີ​ລາ​ໃນ​ມື້​ດັ່ງ​ກ່າວ​ວ່າ, ອີງ​ຕາມ​ບົດ​ປະ​ເມີນ​ຂອງກອງ​ບັນ​ຊາ​ການ​ແນວ​ໜ້າ, ​ການ​ສູ້​ຮົບ​ຈະ​ສິ້ນ​ສຸດ​ລົງ​ກ່ອນ​ວັນ​ທີ 30 ເດືອນນີ້. ປັດ​ຈຸ​ບັນ, ກຸ່ມ​ປະ​ກອບ​ອາ​ວຸດ​ທີ່​ຫຼົງເຫຼືອນັ້ນ ​ກໍບໍ່​​ເຖິງ 100 ຄົນ ແລະ​ຄວບ​ຄຸມ​ພື້ນ​ທີ່​ໄດ້​ບໍ່​ເທົ່າ​ໃດ​ແລະ​ກໍ​ນັບ​ມື້​ແຄ​ບ​ລົງ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ