ທະ​ນາ​ຄານ​ພັດ​ທະ​ນາ​ອາ​ຊີ​ຈະ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ການ​ພັດ​ທະ​ນາປະ​ເທດ​ລາວ​ຢ່າງ​ຮອບ​ດ້ານ​
2017-09-29 14:55:07  cri 
ໜັງ​ສື​ພິມ​ວຽງ​ຈັນ​​ທາມລາຍ​ງານ​ໃນ​ວັນ​ທີ 27 ກັນ​ຍາ​ນີ້​ວ່າ, ຄະ​ນະ​​ກຳ​ມະ​ການ​ບໍ​ລິ​ຫານທະ​ນາ​ຄານ​ພັດ​ທະ​ນາ​ອາ​ຊີ​ໄດ້​ເຫັນ​ດີ​ສະ​ນອງທຶນ 421 ລ້ານ​ໂດ​ລາສະ​ຫະ​ລັດ​ເພື່ອ​ສະ​ໜັບ​ສະ​ໜູນ​ຍຸ​ດ​ທະ​ສາດ​ຄູ່​ຮ່ວມ​ມື​ກັບ​ຕ່າງ​ປະ​ເທດ​ຂອງ​ລາວ​ພາຍ​ໃນ 4 ປີ. ຍຸດ​ທະ​ສາດ​ດັ່ງ​ກ່າວ​ຈະ​ຊ່ອຍ​ປະ​ເທດ​ລາວ​ບັນ​ລຸ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ແລະ​ກວມ​ລວມ​ດ້ວຍການ​ຊຸກ​ຍູ້​ເສດ​ຖະ​ກິດ​​ໃນ​ຫຼາຍ​ຮູບ​ແບບ, ເພີ່ມ​ການ​ຄ້າ​ລະ​ຫວ່າງ​ລາວ​ກັບ​ປະ​ເທດ​ໃກ້​ຄຽງ, ຊຸ​ກ​ຍູ້​ການລົງ​ທຶນ​ຂອງ​ສ່ວນ​ຊຸກ​ຄົນ​ໃນ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ​ແລະ​ນ້ອຍ​ແລະ​ຮູບ​ການ​ຕ່າງໆ.

​ທະ​ນາ​ຄານ​ພັດ​ທະ​ນາ​ອາ​ຊີລາຍ​ງານ​ວ່າ, 10 ປີ​ຜ່ານ​ມາ, ເສດ​ຖະ​ກິດ​ລາວ​ໄດ້​ເຕີບ​ໂຕ​ຢ່າງ​ໝັ້ນ​ທ່ຽງ, ໂດຍ​ເຫັນ​ໄດ້​ແຕ່ປີ 2011 ຫາ​ປີ 2016 ​ເຕີບ​ໂຕ 7,5% ຕໍ່​ປີ, ​ຂະ​ນະ​ທີ່ GDP ສະ​ເລ່ຍ​ຕາມ​ຫົວ​ຄົນເພີ່ມ​ຈາກ 621 ໂດ​ລາ​ເມື່ອ​ປີ 2006 ​ຂຶ້ນ​ເປັນ 2027 ໂດ​ລາ​ໃນ​ປີ 2016.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ