ສະ​ຖານ​ທູດ​ຈີນ​ປະ​ຈຳ​ໄທ​ໃຫ້​ນັກ​ທ່ອງ​ທ່ຽວ​ຈີນ​ທີ່​ໄປ​ທ່ຽວ​ໄທ​ປະ​ຕິ​ບັດ​ຂໍ້​ກຳ​ນົດ​ໃນ​ໄລ​ຍະ​ປົງສົບ​ ອະ​ດີດເຈົ້າຊີວິດ​ໄທພູມີ​ພົນ ອະດຸນ​ຍະ​ເດດ​
2017-09-29 15:02:27  cri 
ສະ​ຖານ​ທູດ​ຈີນ​ປະ​ຈຳ​ໄທ​ຖະ​ແຫຼງ​ໃນ​ວັນ​ທີ 28 ກັນ​ຍາ​ນີ້, ​ໂດຍເຕືອນ​ໃຫ້​ນັກ​ທ່ອງ​ທ່ຽວ​ຈີນ​ທີ່​ຈະ​ໄປ​ທ່ຽວ​ປະ​ເທດ​ໄທ​ໃນ​ໄວໆ​ນີ້ຄວນ​ປະ​ຕິ​ບັດ​ຕາມ​ກົດ​ລະ​ບຽບ, ປະ​ເພ​ນີ​ຂອງ​ໄທ​ໃນ​ໄລ​ຍະ​ປົງ​ສົບ​ອະ​ດີດເຈົ້າຊີວິດ​ໄທພູມີ​ພົນ ອະດຸນ​ຍະ​ເດດ, ແລະ​ເອົາ​ໃຈ​ໃສ່​ຕໍ່​ຂໍ້​ມູນ​ຂ່າວ​ສານເລື່ອງ​ດັ່ງ​ກ່າວ​, ​ລວມ​ທັງ​ການວາງ​ແຜນ​ການ​ທ່ອງ​ທ່ຽວ​ລ່ວງ​ໜ້າ​ໃຫ້​ດີ.

ຫວ່າງ​ມໍ່ໆ​ມາ​ນີ້​ລັດ​ຖະ​ບານ​ໄທ​ເປີດ​ເຜີຍ​ວ່າ, ຈະ​ຈັດ​ພິ​ທີ​ປົງ​ສົບ​ອະ​ດີດເຈົ້າຊີວິດພູມີ​ພົນ ອະດຸນ​ຍະ​ເດດ​ແຕ່​ວັນ​ທີ 25 ຫາ​ວັນ​ທີ 29 ຕຸ​ລາ​ໜ້າ. ໂດຍ​ໃນ​ໄລ​ຍະ​ນັ້ນ, ຖະ​ໜົນ​ແລະ​ເຂດບາງກອກ​​ຈຳ​ນວນ​ໜຶ່ງຈະ​ປະ​ຕິ​ບັດ​ມາດ​ຕະ​ການ​ຄວບ​ຄຸມ​ລະ​ບົບຄົມ​​ມະ​ນາ​ຄົມ​ຊົ່ວ​ຄາວ, ນັກ​ທ່ອງ​ທ່ຽວ​ຄວນເອົາ​ໃຈ​ໃສ່​ຕໍ່​ການປະ​ກາດ​ແຈ້ງ​ການ​ຫຼ້າ​ສຸດ​ຂອງ​ລັດ​ຖະ​ບານ​ໄທ​ແລະ​ປະ​ຕິ​ບັດ​ຕາມ​ການ​ແນະ​ນຳ​ຂອງ​ເຈົ້າ​ໜ້າ​ທີ່​ໄທ.

ຖະ​ແຫຼງ​ການ​​ລະ​ບຸຕື່ມ​ວ່າ, ໃນ​ພິ​ທີ​ປົງ​ສົບ​ 5 ວັນ, ​ແຫຼ່ງ​ທ່ອງ​ທ່ຽວແຫ່ງ​ຕ່າງໆ​ຂອງ​ໄທ​ຈະ​ເປີດ​ບໍ​ລິ​ການ​ເປັນ​ປົກ​ກະ​ຕິ, ທະ​ນາ​ຄານ, ໂຮງ​ໝໍ, ຮ້ານ​ຄ້າ​ແລະ​ຮ້ານ​​ສັບ​ພະ​ສິນ​ຄ້າ​ແລະ​ອື່ນໆ​ກໍ​ຈະ​ເປີດ​ບໍ​ລິ​ການ​ເປັນ​ປົກ​ກະ​ຕິ​ເຊັ່ນ​ດຽວ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ