ສ້າງ​ຕັ້ງສູນ​ຄົ້ນ​ຄວ້າ​ແມ່​ນ້ຳ​ຂອງ​ໂລກພະ​ນົມ​ເປັນ
2017-09-29 17:06:02  cri 
ສູນ​ຄົ້ນ​ຄວ້າ​ແມ່​ນ້ຳ​ຂອງ​ໂລກ​ໄດ້​ສ້າງ​ຕັ້ງ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ພະ​ນົມ​ເປັນ​ປະ​ເທດ​ກຳ​ປູ​ເຈຍ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 28 ກັນ​ຍາ​ນີ້, ​ເຊິ່ງ​ເປັນ​ສ່ວນ​ໜຶ່ງ​ໃນ​ຂໍ້​ລິ​ເລີ່ມ​ສຳ​ຄັນ​ທີ່​ຈີນ​ສະ​ເໜີ​ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ໂດຍ​ທ່ານປະ​ທານ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ການ​ຮ່ວມ​ມື​ແລະ​ສັນ​ຕິ​ພາບ​ກຳ​ປູ​ເຈຍ, ​ທ່ານ​ໂຈ​ເວິນ​ຊິງ ທີ່​ປຶກ​ສາ​ທູດ​ການ​ເມືອງ​ສະ​ຖານ​ທູດ​ຈີນ​ປະ​ຈຳ​ກຳ​ປູ​ເຈຍ, ທ່ານ​ຢົງ​ອິ່ງ ຫົວ​ໜ້າ​ສູນຈີນ​ສູນ​ຄົ້ນ​ຄວ້າ​ແມ່​ນ້ຳ​ຂອງ​ໂລກແລະ​ຜູ້​ຕາງ​ໜ້າ​ຄັງ​ປັນ​ຍາ​ທີ່​ມີ​ຊື່​ສຽງ​ຈາກ​ລາວ, ມຽນ​ມາ, ໄທແລະ​ຫວຽດ​ນາມ​​ເຂົ້າ​ຮ່ວມ​ພິ​ທີ​ດັ່ງ​ກ່າວ.

ທ່ານ​ຢົງ​ອິ່ງ ກ່າວ​ວ່າ, ການ​ທີ່​ສ້າງ​ສູນ​ຄົ້ນ​ຄວ້າ​ແມ່​ນ້ຳ​ຂອງ​ໂລກ​ຂຶ້ນ​ນີ້​ຖື​ວ່າ​ເປັນ​ສ່ວນ​ໜຶ່ງ​ໃນ​ຂໍ້​ລິ​ເລີ່ມ​ທີ່​ຈີນ​ສະ​ເໜີ​ໃນ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຄັ້ງ​ທີ​ສອງ​ວ່າ​ດ້ວຍ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ​-ແມ່​ນ້ຳ​ຂອງ, ​ເຊິ່ງໄດ້​ຮັບ​ການ​ຕອບ​ຮັບ​ເປັນ​ຢ່າງ​ດີ​ຈາກ​ຝ່າຍ​ຕ່າງໆ. ​ຈາກ​ການ​ຊີ້​ນຳ​​ພາຍ​ໃຕ້​ນ້ຳ​ໃຈ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ, ສູນ​ຄົ້ນ​ຄວ້າ​ດັ່ງ​ກ່າວ​ຈະ​ກາຍ​ເປັນ​ເວ​ທີ​ຄົ້ນ​ຄວ້າ​ຮ່ວມ​ມື, ເຄື່ອງ​ມື​ເພີ່ມ​ຄວາມ​ສາ​ມາດ​ໃນ​ການ​ຄົ້ນ​ຄວ້າ​ແລະ​ຈະ​ສະ​ໜອງ​ສະ​ຕິ​ປັນ​ຍາ​ຢ່າງ​ໝັ້ນ​ແກ່ນ​ໃຫ້​ແກ່​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ