ລັດ​ຖະ​ບານ​ລາວ​ເລັ່ງ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ການ​ລົງ​ທຶນ
2017-09-29 16:08:39  cri 
    ໜັງ​ສື​ພິມ​ວຽງ​ຈັນ​ທາມ​ສ໌​ສະ​ບັບ​ວັນ​ທີ 23 ກັນ​ຍານີ້​ລາຍ​ງານ​ວ່າ, ຫວ່າງມໍ່ໆ​ນີ້, ທ່ານ ​ສອນ​ໄຊ ສີ​ພັນ​ດອນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທັງ​ເປັນ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສົ່ງ​ເສີມ​ການ​ລົງ​ທຶນ ກ່າວ​ວ່າ, ເພື່ອ​ບັ​ນ​ລຸ​ເປົ້າ​ໝາຍ​ການ​ເຕີບ​ໂຕ​ຂອງ GDP 7% ຕໍ່​ປີ​ໃນ 5 ປີ​ຕໍ່ໜ້າ, ປະ​ເທດ​ຕົນ​ຕ້ອງ​​ໄດ້ລົງ​ທຶນ 28 ຕື້​ໂດ​ລາ​ສະ​ຫະ​ລັດ, ໃນ​ນີ້, 16 ຕື້​ໂດ​ລາ​ສະ​ຫະ​ລັດ​ເປັນ​ການ​ລົງ​ທຶນ​ຂອງ​ພາກ​ເອ​ກະ​ຊົນ​ແລະ​ຕ່າງ​ປະ​ເທດ ແລະຫວັງ​ວ່າ, ​ໜ່ວຍງານ​ສົ່ງ​ເສີມ​ແລະ​ຄຸ້ມ​ຄອງ​ການ​ລົງ​ທຶນ​​ແຕ່​ລະຂັ້ນ​ພາຍ​ໃນປະ​ເທດ​ຕົນ ຕ້ອງໃຊ້​ມາດ​ຕະ​ການ​ອຳ​ນວຍ​ໃຫ້​​ແກ່ການ​ລົງ​ທຶນ​ສະ​ດວກຫຼາຍ​ຂຶ້ນ ແລະ ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ການ​ລົງ​ທຶນ​ໃຫ້​ດີ​ຂຶ້ນ.

    ປັດ​ຈຸ​ບັນ, ຈີນ​​ເປັນ​ປະ​ເທດ​ໃຫຍ່​ອັນ​ດັບ​ໜຶ່ງ​ທີ່​ລົງ​ທຶນ​ຢູ່​ລາວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ