ຄະ​ນະ​ທູດ​ຈີນ​ປະ​ຈຳ​ອ​າ​ຊຽນ​ແລະ​ສະ​ຖານ​ທູດ​ປະ​ຈຳ​ອິນ​ໂດ​ເນ​ເຊຍ​ຈັດ​ງານ​ລ້ຽງ​ຮັບ​ຮອງ​ສະຫຼອງວັນ​ຊາດ​ຈີນ​ຄົບ​ຮອບ 68 ປີ
2017-09-29 16:10:52  cri 
    ຄະ​ນະ​ທູດ​ຈີນ​ປະ​ຈຳ​ອ​າ​ຊຽນ​ແລະ​ສະ​ຖານ​ທູດ​ປະ​ຈຳ​ອິນ​ໂດ​ເນ​ເຊຍ ໄດ້​ຈັດ​ງານ​ລ້ຽງ​ຮັບ​ຮອງ​ຢູ່​ນະ​ຄອນຫຼວງ​ຈາ​ກາ​ຕາໃນ​ຕອນ​ຄ່ຳ​ວັນ​ທີ 28 ກັນ​ຍານີ້ ເພື່ອ​ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ ສປ ຈີນ​ຄົບ​ຮອບ 68 ປີ. ​ໃນ​ໂອ​ກາດ​ດັ່ງ​ກ່າວ, ທ່ານ​ ຊີ​ປູ້ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ອາ​ຊຽນ ແລະ​ທ່ານ​ນາງ ຣີ​ນີ ໂຊ​ມາ​ໂນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ລັດ​ວິ​ສາ​ຫະ​ກິດ​ອິນ​ໂດ​ເນ​ເຊຍ ຕ່າງ​ກໍ​ໄດ້​ຍົກ​ໃຫ້​ເຫັນ​ຄວາມ​ໝາຍ​ຄວາມ​ສຳ​ຄັນ​ຂອງວັນ​ດັ່ງ​ກ່າວ, ຂະ​ນະ​ດຽວ​ກັນ, ທ່ານ ຮາ​ບີ​ບີ ອະ​ດີດ​ປະ​ທານ​າ​ທິ​ບໍ​ດີ​ອິນ​ໂດ​ເນ​ເຊຍ​ພ້ອມ​ດ້ວຍ​ທູ​ຕາ​ນຸ​ທູດ​ບັນ​ດາ​ປະ​ເທດ​ປະ​ຈຳ​ອິນ​ໂດ​ເນ​ເຊຍ​ແລະ​ປະ​ຈຳ​ອາ​ຊຽນ, ຜູ້​ຕາງ​ໜ້າ​ອົງ​ການ​ຈັດ​ຕັ້ງ​ສັງ​ຄົມ​ຈີນ ແລະ​ບຸກ​ຄົນ​ມິດ​ຕະ​ພາບ​ໃນ​ວົງ​ການ​ຕ່າງໆ​ 1200 ກວ່າ​ທ່ານ​ເຂົ້າ​ຮ່ວມ.

    ທ່ານ ຊີ​ປູ້ ເອ​ກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ອາ​ຊຽນ​ກ່າວ​ວ່າ, ຈີນ​ເປັນ​ຄູ່​ຄ້າ​ໃຫຍ່​ອັນ​ດັບ​ໜຶ່ງ​ຂອງ​ອາ​ຊຽນ​ 8 ປີ​ຕິດ​ຕໍ່​ກັນ ແລະ​ອາ​ຊຽນ​ກໍ​ເປັນ​ຄູ່​​ຄ້າ​ໃຫຍ່​ອັນ​ດັບ 3 ຂອງ​ຈີນ 6 ປີ​ຕິດ​ຕໍ່​ກັນ ໂດຍປີ​ຜ່ານ​ມາ, ບຸກຄະ​ລາ​ກອນ​ສອງ​ຝ່າຍ​ໄດ້​ໄປ​ມາ​ຫາ​ສູ​ກັນຫຼາຍກວ່າ 38 ລ້ານ​ເທື່ອ​ຄົນ ແລະ​ຈີນ​ໄດ້​ກາຍ​ເປັນ​ແຫຼ່ງ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ໃຫຍ່​ອັນ​ດັບ​ໜຶ່ງ​ຂອງ​ອາ​ຊຽນ.

    ທ່ານນາງ ຣີ​ນີ ກ່າວ​ວ່າ, ອິນ​ໂດ​ເນ​ເຊຍ​ແລະ​ຈີນ​ ເປັນ​ຄູ່​ພັດ​ທະ​ນາ​ທີ່​ສຳ​ຄັນ​, ສອງ​ຝ່າຍ​ສາ​ມາດ​ຂະ​ຫຍາຍ​ການ​ຮ່ວມ​ມື​ໃນ​ສ​ການ​ເຊື່ອມ​ຈອດ​ພື້ນ​ຖານ​ໂຄງ​ລ່າງ, ການ​ຈໍ​ລະ​ຈອນ​ສິນ​ຄ້າ, ການ​ທ່ອງ​ທ່ຽວ, ການ​ຄ້າ ແລະ​ອື່ນໆ​ໃຫ້​ກ້າວ​ສູ່​ລວງ​ເລິກ​ຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ