ຕະ​ຫຼາດ​ຂາຍ​ຜັກ ຫຼູ​ຫຼາ​ທີ່​ສຸດ
2017-09-30 11:50:37  cri 



ວັນ​ທີ 26 ກັນ​ຍາ​ນີ້, ​ຢູ່​ຖະ​ໜົນການ​ຄ້າ​ຢົງ​ພິງເຂດ​ໃໝ່ທາງ​ຕາ​ເວັນ​ອອກ​ເມືອງ​ເຈີ້ງ​ໂຈ່ວ​ແຂວງ​ເຮີ​ນານ ​ໄດ້​ເກີດ​ມີຕະ​ຫຼາດ​ຂາຍ​ຜັກ​ລະ​ດັບ 5 ດາວທີ່ກວມ​ເອົາ​ເນື້ອ​ທີ່ 4000 ຕາ​ແມັດ ແລະ​ມີມູນ​ຄ່າການ​ລົງ​ທຶນ​ເຖິງ 8 ລ້ານຢວນ. ​ຕະ​ຫຼາດ​ດັ່ງ​ກ່າວ​ໄດ້​ປະ​ດັບ​​ຕົກ​ແຕ່ງເໝືອນ​ດັ່ງ​ຫ້ອງ​ອາ​ຫານ​ຫຼູ​ຫຼາ ຊຶ່ງ​ຜູ້​ບໍ​ລິ​ໂພກ​ທີ່​ໄປ​ຊື້​ຜັກ​ຕ້ອງຂຶ້ນ​ລິບ. ນອກ​ຈາກ​ນີ້, ຕະ​ຫຼາດ​ດັ່ງ​ກ່າວ​ຍັງ​ມີ​ບ່ອນ​ຈອດ​ລົດ​ໂດຍ​ບໍ່​ເສຍ​ຄ່າ, ບ່ອນ​ກວດ​ກາ​ຄຸນ​ນະ​ພາບ, ຫ້ອງ​​ດື່ມ​ນ້ຳ, ຫ້ອງ​ພັກ​ຜ່ອນ​ແລະ​ອື່ນໆ, ​ພິ​ເສດ​ໄປ​ກວ່າ​ນັ້ນ ໃນ​ຂະ​ນະ​ເລາະ​ຊື້​ຜັກ, ບັນ​ດາ​ລູກ​ຄ້າ​ຍັງໄດ້​ຟັງ​ດົນ​ຕີຄ່ອຍ​ໆ​ແລະ​ມ່ວນໆ​ໄປ​ພ້ອມ.


1  2  3  4  5  6  7  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ